ລາວລີກຍິງ ອາທິດທໍາອິດປະຕູເກີດຂຶ້ນຫຼາຍ ໂດຍສະເພາະນັດ ສາວຈໍາປາສັກ ຖະຫຼົ່ມ ວຽງຈັນ 21-0

25

ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ( Lao Women’s League 2023 ) ອາທິດທໍາອິດລະຫວ່າງວັນທີ 21-22 ຕຸລາ 2023 ທີ່ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ມີປະຕູເກີດຂຶ້ນຫຼາຍປະຕູ ໂດຍສະເພາະນັດທີ່ ຈໍາປາສັກ ເອັຟຊີ ຖະຫຼົ່ມ ວຽງຈັນ ເອັຟຊີ ໄປຂາດລອຍແບບບໍ່ເຫັນຝຸ່ນ 21-0.

ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ເປີດສາກຄວາມມັນໃນວັນເສົາ 21 ຕຸລາ 2023 ແລະ ຈະໄປສິ້ນສຸດໃນວັນທີ 20 ທັນວາ 20232 ໂດຍມີທີມເຂົ້າຮ່ວມທັງຫມົດ 8 ທີມປະກອບມີ:
1. ຊ້າງນ້ອຍ
2. ມາສເຕີ້ ເຊເວັ້ນ
3. ເອສະຣາ
4. ກອງທັບ
5. ຫຼວງພະບາງ

6. ຈຳປາສັກ
7. ນໍ້າທາ
8. ວຽງຈັນ
ສໍາລັບ ເງິນລາງວັນອັນດັບ 1 ໄດ້ຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ 50 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ.

ໂດຍການແຂ່ງຂັນອາທິດທໍາອິດຄູ່ທີ່ມີປະຕູເກີດຂຶ້ນຫຼາຍເປັນຄັ້ງປະຫວັດສາດແມ່ນຄູ່ທີ່ ຈໍາປາສັກ ເອັຟຊີ ຖະຫຼົ່ມ ວຽງຈັນ ເອັຟຊີ 21-0 ຈາກການຍິຂອງ ປູນາ ວັນນຸວົງ 2 ປະຕູ ນາທີ 3 ກັບ 10; ວິໄລວັນ ແກ້ວສະໝຸດ 3 ປະຕູນາທີ 6, 8 ແລະ 49; ລັດດາ ວໍລະຈິດ ນາທີ 16, ຫັດລືໄທ ທຳມະວົງສາ 3 ປະຕູນາທີ 28, 38 ກັບ 42; ປ່ອງ ແກ້ວສະຫວ່າງ ນາທີ 33; ພຸດທະສອນ ໂກຕິສານ 2 ປະຕູນາທີ 41 ກັບ 86; ທອງດີ ຫຼວງທຸມມາລາ 4 ປະຕູນາທີ 45+2, 45+3, 54 ແລະ 79; ສຸກສະຫວັນ ພົມມະວົງໄຊ 3 ປະຕູນາທີ 47, 66 ແລະ 90; ໂນຕ້າ ໄຊຍະລາດ ນາທີ 65; ແອນນາ ແກ້ວອ່ອນສີ ນາທີ 70.

ສ່ວນຜົນການແຂ່ງຄູ່ອື່ນໆ ມາສເຕີ 7 ເອັຟຊີ ເປີດບ້ານບຽດເອົາຊະນະ ຫຼວງພະບາງ 1-0, ເອສະຣາ ເອັຟຊີ ເປີດບ້ານສະເໝີກັບກັບ ນໍ້າທາ ຢູໄນເຕັດ 0-0 ແລະ ຊ້າງນ້ອຍ ເອັຟຊີ ເປີດບ້ານຊະນະ ກອງທັບ ເອັຟຊີ 3-1.
ຂ່າວ: Larh Creators; ຮູບຈາກ: ສຕລ