ເຊີນຮ່ວມ! ມະຫະກໍາດົນຕີນານາຊາດ ເພື່ອການກຸສົນ ສຽງເພງບໍ່ມີພົມແດນ

84

ພ້ອມກັນຫຼືຍັງທຸກຄົນ ທີ່ມັກຮັກໃນສຽງເພງ ແລະ ສຽງດົນຕີທີ່ຈະມາມ່ວນມັນ ແຖມຍັງໄດ້ບຸນໄປນໍາກັນ ກັບງານມະຫະກໍາດົນຕີນານາຊາດ ເພື່ອການກຸສົນ ສຽງເພງບໍ່ມີພົມແດນ ເປັນອີກໜຶ່ງງານດີໆທີ່ຈະໃຫ້ທຸກຄົນໄດ້ມີສ່ວນຮ່ວມ ເພື່ອຊ່ວຍເຫຼືອສັງຄົມໄປນໍາກັນ ງານນີ້ພາດບໍ່ໄດ້ ວັນທີ 4 – 8 ພະຈິກ 2023 ນີ້ ເຮົາມີນັດກັນພົບກັບງານຄອນເສີດເພື່ອການກຸສົນ ທີ່ຫ້າງວຽງຈັນເຊັນເຕີ ທາງດ້ານໃນບ່ອນຈັດງານນັ້ນເອງ ກຽມຕົວໃຫ້ພ້ອມເດີທຸກຄົນໄປຮ່ວມງານກັນຫຼາຍໆ.

ພາຍໃນງານແມ່ນຈະມີກິດຈະກຳຢ່າງຫຼາກຫຼາຍ ຈາກ ສະມາຄົມ ເມືອງໄຊເສດຖາພັດທະນາຊຸມຊົນ ແລະ ຄົນພິການ. ຈຸດປະສົງຫຼັກໃນການຈັດງານຂອງພວກເຮົາ ນັ້ນກໍຄືເພື່ອລະດົມທຶນຊ່ວຍເຫຼືອນ້ອງນັກຮຽນໃນເຂດຊົນນະບົດ, ລະດົມເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ – ການສອນ ແລະ ເພື່ອລະດົມເຄື່ອງກີລາ ແລະ ອື່ນໆທີ່ຈຳເປັນສຳລັບນ້ອງໆທີ່ຢູ່ກຳລັງຕ້ອງການ ການຊ່ວຍເຫຼືອກັນຢູ່, ດັ່ງນັ້ນທຸກຄົນຕ້ອງຮ່ວມແຮງຮ່ວມໃຈກັນໄປຮ່ວມງານທັງໄດ້ມ່ວນຊື່ນ ແລະ ໄດ້ຊ່ວຍເຫຼືອສັງຄົມດ້ວຍ.

ງານນີ້ທຸກຄົນສາມາດມີສ່ວນຮ່ວມໃນງານຄັ້ງນີ້ໄດ້ ໂດຍການບໍລິຈາກເຄື່ອງທີ່ບໍ່ໄດ້ໃຊ້ ຫຼື ປັດໄຈທາງການເງິນກໍໄດ້ ເຊິ່ງທຸກຄົນສາມາດອິນບ໋ອກ ຫຼື ຕິດຕໍ່ທີມງານໄດ້ເລີຍທີ່ເບີ 020 7787 2704, 5777 0404 ພິເສດງານນີ້ແມ່ນຈະມີສິລະປິນຈາກຕ່າງປະເທດມາຮ່ວມດ້ວຍ ເຊິ່ງຈະມີການອັບເດດຜ່ານທາງເພຈ Vientiane international GosPel music festival ນັ້ນເອງ ຖ້າຕິດຕາມດຽວຈະມາອັບເດດເດີທຸກຄົນຈະມີໃຜແດ່ ມ່ວນມັນແນ່ນອນ ສິລະປິນລາວ ອີກຫຼາກຫຼາຍທ່ານກັນເລີຍ.

ແລ້ວທຸກຄົນຄິດວ່ານ້ອງໆຂາດສ່ວນໃດ ແລະ ຕ້ອງການສິ່ງໃດຫຼາຍທີ່ສຸດ ທຶນການສຶກສາ, ອຸປະກອນການຮຽນ – ການສອນ, ເຄື່ອງນຸ່ງຫົ່ມ ຫຼື ອາຫານການກິນ ຢ່າລືມຮ່ວມເປັນສ່ວນໜຶ່ງໃນການຊ່ວຍເຫຼືອນ້ອງໆ ໂດຍການກົດໄລຄ໌ ກົດແບ່ງປັນທາງເພຈຂອງງານ ເພື່ອໃຫ້ຜູ້ໃຈບຸນ ຜູ້ມີໃຈເມດຕາໄດ້ເຫັນ ແລະ ມີສ່ວນຊ່ວຍຄົນລະເລັກລະໜ້ອຍ ກໍຈະເພີ່ມພູນມະຫາສານກັນເລີຍ ຂ່າວບັນເທີງເອງກໍຂໍເຊີນຊວນທຸກຄົນມາຮ່ວມເປັນສ່ວນໜຶ່ງນໍາກັນໃນງານດົນຕີນານາຊາດ ເພື່ອການກຸສົນດັ່ງກ່າວນໍາກັນຫຼາຍໆເດີ.