ສະໂມສອນ ລ້ານຊ້າງ ຄອງຂັນຊະນະເລີດເທຄວັນໂດ ລາວຟອດ ຊີຕີ ຄັ້ງທີ I ປະຈຳປີ 2023

58

ສະໂມສອນ ເທຄວັນໂດ ລ້ານຊ້າງ ດີກຣີແຊ໋ມກິລາເທຄວັນໂດ ຊີງຂັນເອັກອັກຄະລັດຖະທູດ ສ ເກົາຫຼີ ປະຈຳສປປ ລາວ ເຖິງ 6 ສະໄໝ ຕິດຕໍ່ກັນ ແລະ ແຊ໋ມອີກຫຼາຍລາຍການ ຫຼ້າສຸດກໍສາມາດຄອງແຊ໋ມໃນການແຂ່ງຂັນ ເທຄວັນໂດ ລາວຟອດ ຊີຕີ ຊິງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຫຼື ສສກ ຄັ້ງທີ I ປະຈຳປີ 2023 ໄປຄອງຢ່າງຍຍິ່ງໃຫຍ່.

ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ສອງວັນລະຫວ່າງວັນທີ 14-15 ຕຸລາ ຜ່ານມາ ທີ່ສະໂມສອນກິລາໃນຮົ່ມບູຢອງ (ດົງໂດກ) ໂດຍການເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ສົມພູ ພົງສາ ຮອງປະທານ ຄອລ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ເລຂາທິການ ຄອລ, ທ່ານ ເວມີ ແມັກອິນທອດ (WAYME MCINTOSH) ຜູ້ອໍານວຍການໃຫຍ່ບໍລິສັດ ລາວຟອດ ຊິຕີ, ທ່ານ ທິນນະກອນ ທອງຄຳ ຮອງປະທານສະຫະພັນ ເທຄວັນໂດແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຈັນທະວົງ ປັນຍາສີລິ ຮອງຫົວໜ້າກົມກິລາລະດັບສູງ ທັງເປັນເລຂາທິການສະຫະະພັນເທຄວັນໂດແຫ່ງຊາດລາວ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນເພື່ອສົ່ງເສີມ ແລະ ພັດທະນານັກກິລາ ເທຄວັນໂດ ໃນຂອບເຂດທົ່ວປະເທດ ໃຫ້ມີຂະບວນການເຄື່ອນໄຫວ ຝຶກແອບ ແລະ ແຂ່ງຂັນ ໂດຍແມ່ນບໍລິສັດ ລາວຟອດຊິຕີ ໃຫ້ການອຸປະຖໍາຫຼັກ. ດັ່ງນັ້ນ, ເພື່ອໃຫ້ງານແຂ່ງຂັນມີບັນຍາກາດຟົດຟື້ນ, ມີຄວາມໝາຍ ແລະ ຄວາມສຳຄັນຢ່າງໜັກແໜ້ນ ສະຫະພັນເທຄວັນໂດ ແຫ່ງຊາດ ໄດ້ຈຶ່ງໄດ້ສົມທົບກັບບໍລິສັດລາວຟອດຊິຕີ ໄດ້ມີການຫ້າງຫາກະກຽມຈັດແຂ່ງຂັນ ມາແຕ່ຕົ້ນເດືອນກໍລະກົດ 2023 ໂດຍສະຫະພັນເທຄວັນໂດແຫ່ງຊາດ ເປັນຜູ້ຮັບຜິດຊອບດ້ານການຂໍອະນຸມັດ, ບໍລິຫານການຈັດການແຂ່ງຂັນ, ສ່ວນບໍລິສັດ ລາວຟອດຊິຕີ ຮັບຜິດຊອບດ້ານງົບປະມານການຈັດການແຂ່ງຂັນ ແລະ ກໍໄດ້ຮັບການຕອບຮັບຈາກບັນດາສະໂມສອນເຂົ້າຮ່ວມທັງໝົດ 19 ສະໂມສອນ ລວມນັກກິລາທັງໜົດ 311 ຄົນ ຍິງ 128 ຄົນ.

ການແຂ່ງຂັນເທຄວັນໂດ ລາວຟອດຊີຕີ ໃນຄັ້ງນີ້ ມີ 3 ປະເພດແຂ່ງຂັນ ຄື: ລາຍການແຂ່ງຂັນປະເພດຕໍ່ສູ້, ປະເພດປຸ່ມເຊ້ ແລະ ປະເພດເຕະປະກອບອຸປະກອນ ລວມມີການແຂ່ງຂັນທັງໝົດ 110 ລາຍການ: ມີລະດັບອານຸຊົນ, ເຍົາວະຊົນ, ຊາວໜຸ່ມ ໃຊ້ເວລາໃນການແຂ່ງຂັນຄື ວັນທີ 14-15 ຕຸລາ 2023 ຜ່ານການແຂ່ງຂັນຜົນປະກົດວ່າ ສະໂມສອນທີ່ສາມາດຄວ້າແຊ໋ມ ພ້ອມຂັນລາງວັນຊະນະເລີດໄປຄອງ ຕົກເປັນຂອງ ສະໂທສອນ ລ້ານຊ້າງ, ອັນດັບ 2 ແມ່ນສະໂມສອນ ພີເອັມເອັດ (PMS) ແລະ ອັນດັບ 3 ໄດ້ແກ່ ສະໂມສອນຕາວັນ ນອກນັ້ນ ກໍຍັງໄດ້ມີການມອບຫຼຽນ ແລະ ຂັນລາງວັນໃຫ້ແກ່ນັກກິລາ ແລະ ຄູຝຶກທີ່ມີຜົນງານດີເດັ່ນອີກດ້ວຍ.