ທີມຊາດລາວ ພົບ ເນປານ ຕັດສິນນັດທີ 2 ທີ່ລາວ ອັງຄານນີ້, ທັງ 2 ທີມຫວັງມີໄຊ

92

ທີມຊາດລາວ ຊຸດໃຫຍ່ ກຽມເປີດບ້ານຮັບການມາຢາມຂອງ ທີມຊາດເນປານ ໃນການແຂ່ງຂັນ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ນັດທີ 2 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສປປ ລາວ ໂດຍທັງສອງທີມຫວັງເກັບໄຊຊະນະໃຫ້ໄດ້ ເພື່ອເຂົ້າຮອບຕໍ່ໄປ.

ເມື່ອວັນທີ 16 ຕຸລາ 2023 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ສປປ ລາວ ໂດ້ມີຖະແຫຼງຂ່າວກ່ອນການແຂ່ງຂັນນັດທີ 2 ໂດຍມີ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກທີມຊາດລາວ ກັບ ກີ້ດາວອນ ສຸວັນນີ ຕົວແທນນັກເຕະທີມຊາດລາວ, ທ່ານ M.Vincenzo Alberto Annese ຫົວໜ້າຄູຝຶກ ກັບ ຫົວໜ້າທີມຊາດເນປານ ພາກສ່ວນຈັດການແຂ່ງຂັນ, ຄູຝຶກ ແລະ ນັກກີລາ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກ ທີມຊາດລາວ ກ່າວວ່າ: ນັດທໍາອິດທີ່ບຸກໄປສະເໝີກັບ ເນປານ 1-1 ມັນສະແດງໃຫ້ເຫັນແລ້ວວ່າ ນັກເຕະທີມຊາດລາວ ເຮັດໄດ້ ເຖິງວ່າຈະພົບກັບຄູ່ແຂ່ງທີ່ແຂງແກ່ນ. ຢ່າງໃດກໍຕາມ ມື້ທີ່ຈະຮັບການມາຢາມຂອງ ທີມຊາດເນປານ ພວກເຮົາພ້ອມເຕັມທີ່ ເຊິ່ງກໍຕ້ອງຂໍຮຽກຮ້ອງໃຫ້ແຟນບານ ຮ່ວມຊົມຮ່ວມເຊຍ ພວກເຮົາ ເພາະກໍາລັງໃຈຈາກທ່ານສໍາຄັນຫຼາຍຕໍ່ການແຂ່ງຂັນ.
“ ສ່ວນ ບຸນພະຈັນ ບຸນກອງ ຜູ້ຍິງປະຕູໃສ່ ເນປານ ໃນນັດທໍາອິດແມ່ນໄດ້ຮັບບາດເຈັບທີ່ບ່າໄຫຼ່ ຢ່າງໃດກໍຕາມ ທີມແພດພວກເຮົາກໍຕິດຕາມອາການຢ່າງໃກ້ຊິດ ເຊື່ອວ່າຈະສາມາດກັບມາລົງສະໜາມໄດ້ທັນເວລາ ໃຫ້ຊາວລາວທັງປະເທດໄດ້ຊົມການແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 15 ເພື່ອລຸ້ນສ້າງປະຫວັດສາດຜ່ານເຂົ້າຮອບໃຫ້ໄດ້. ສໍາລັບຂ້ອຍທີ່ຖືກບັດແດງໃນນັດທໍາອິດຈະບໍ່ໄດ້ລົງຢືນສັ່ງການຢູ່ຂ້າງສະໜາມ ເລື່ອງບໍ່ເປັນບັນຫາ ເພາະພວກເຮົາເປັນທີມເວີກ, ມີການວາງແຜນກ່ອນການແຂ່ງຂັນ ແລະ ເວລາແຂ່ງຂັນພວກເຮົາສື່ສານກັນຕະຫຼອດ ບໍ່ໃຫ້ແຟນບານເປັນກັງວົນ ” ຫົວໜ້າຄູຝຶກທີມຊາດລາວ ກ່າວ.

ຂະນະດຽວກັນ ທ່ານ M.Vincenzo Alberto Annese ຫົວໜ້າຄູຝຶກທີມຊາດ ເນປານ ກ່າວວ່າ: ນັດທໍາອິດທີ່ເປີດບ້ານສະເໝີກັບ ທີມຊາດລາວ 1-1 ຖືເປັນເລື່ອງທີ່ອັບດາຍ ແລະ ສ້າງຄວາມຜິດຫວັງໃຫ້ກັບຊາວປານ. ຢ່າງໃດກໍຕາມ, ພວກເຮົາມີນັດແກ້ຕົວບຸກມາຢາມທີມຊາດລາວ ຈະເປັນນັດທີ່ສໍາຄັນທີ່ສຸດສໍາລັບຂ້ອຍ ແລະ ຊາວເນປານ. ດັ່ງນັ້ນພວກເຮົາຕ້ອງເຮັດວຽກບ້ານໃຫ້ດີິ, ຈື່ຈໍາຢູ່ສະເໝີວ່າພວກເຮົາແຂ່ງຂັນນອກປະເທດ, ເນັ້ນເກມຮັບໃຫ້ເພີ່ມຂຶ້ນ ແລະ ເຖິງອື່ນໆ ເພື່ອໃຫ້ເກັບໄຊຊະນະນັດນີ້ໃຫ້ໄດ້.

ສໍາລັບ ນັດທີ 2 ທີ່ທີມຊາດລາວ ຊຸດໃຫຍ່ ຈະກັບມາຕ້ອນຮັບການມາຢາມຂອງ ທີມຊາດເນປານ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ ໃນວັນທີ 17 ຕຸລາ 2023 ເວລາ 19:00 ໂມງ ຫຼັງຈາກນັດທໍາອິດ ທີມຊາດລາວ ບຸກໄປສະເໝີ ເນປານ 1-1 ໃນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ ນັດທໍາອິດ ໂດຍທີມທີ່ຊະນະຈາກຜົນ 2 ນັດໃນຮອບທໍາຍອິດ ບໍ່ນັດປະຕູນອກບ້ານ ຖ້າສະເໝີແມ່ນຕໍ່ເວລາພິເສດ ແລະ ຕໍ່ດ້ວຍການຕັດສິນດ້ວຍການດວນຈຸດໂທດ ເພື່ອຜ່ານເຂົ້າຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.
ຂ່າວ: Larh Creators; ຮູບຈາກ: ສຕລ