ເປີດໂອກາດແລ້ວ ນາງສາວທ່ອງທ່ຽວລາວ 2024 ( Miss Tourism Laos 2024 )

1407

ເປີດໂອກາດໃຫ້ສາວໆທ່ານໃດທີ່ມີຄວາມພ້ອມ ແລະ ມີ ຄວາມຝັນຢາກຄອງມົງກຸດອັນຊົງຄຸນຄ່າຈາກເວທີ Miss Tourism Laos 2024 ນາງສາວທ່ອງທ່ຽວລາວ 2024 ສະໝັກໄດ້ເລີຍ ໃນວັນທີ 14 ຕຸລາ 2023 ນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວງານປະກວດ “ ນາງສາວທ່ອງທ່ຽວລາວ ” ໂດຍການຮ່ວມໃຫ້ຖະແຫຼງຂອງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ນາງ ລິນດາ ພົນພິລັດ ປະທານ ບໍລິສັດ ດີ ໂມເດວລິ່ງ ເອເຈນຊີ ທັງເປັນຜູ້ອຳນວຍການກອງປະກວດ, ທ່ານ ນາງ ວຽງສຸອຸລາ ເພັດສັງຫານ ປະທານຮ້ານອຳມະລິນໄໝລາວ, ທ່ານ ນາງ ອິນທິລາ ຄຸນພະຈັນສີ ນາງສາວທ່ອງທ່ຽວລາວ 2023 ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ, ຜູ້ໃຫ້ການສະໜັບສະໜູນ ແລະ ບັນດາຄົນມີຊື່ສຽງໃນວົງການບັນເທີງເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທີມຂ່າວເສດຖະກິດການຄ້າຂອງພວກເຮົາ ກໍໄດ້ມີໂອກາດສໍາພາດ ທ່ານ ນາງ ລິນດາ ພົນພິລັດ ປະທານ ບໍລິສັດ ດີ ໂມເດວລິ່ງ ເອເຈນຊີ ທັງເປັນຜູ້ອຳນວຍການກອງປະກວດ ກ່າວເຖິງຈຸດປະສົງຂອງການຈັດງານວ່າ: ໂຄງການປະກວດນາງສາວທ່ອງທ່ຽວລາວ 2024 ເປົ້າໝາຍແມ່ນຈະຄັດເອົາ 36 ຄົນ ຈາກທົ່ວທຸກແຂວງທົ່ວປະເທດ, ນອກຈາກຈະເປັນການປະກວດເອົານາງສາວທ່ອງທ່ຽວລາວ 2024 ເພື່ອມາສົ່ງເສີມການທ່ອງທ່ຽວແລ້ວ ຍັງເປັນການສົ່ງເສີມເອກະລັກການນຸ່ງຖື ແລະ ປະເພນີຂອງແຕ່ລະແຂວງ ແລະ ປີນີ້ແມ່ນພິເສດສຸດໆ ສຳລັບລາງວັນຜູ້ທີ່ໄດ້ຮັບຕຳແໜ່ງຊະນະເລີດຈະໄດ້ລົດໃຫຍ່ 1 ຄັນ ມູນຄ່າ 420 ລ້ານກີບ, ເງິນລາງວັນ 150 ລ້ານກີບ ພ້ອມມົງກຸດເພັດ ມູນຄ່າ 100 ລ້ານກີບ ຈາກຮ້ານຄຳຮຸ່ງອາລຸນ ແຂວງບໍ່ແກ້ວ ແລະ ສາຍສະພາຍຈາກຮ້ານອຳມະລິນໄໝລາວ. ສ່ວນຮອງອັນດັບ1 ເງິນລາງວັນ 100 ລ້ານກີບ; ຮອງອັນດັບ 2 ເງິນລາງວັນ 50 ລ້ານກີບ, ຮອງອັນດັບ 3 ຮອງອັນດັບ 4 ເງິນລາງວັນ 25 ລ້ານກີບ ພ້ອມມົງກຸດ ແລະ ສາຍສະພາຍ. ສ່ວນຜູ້ທີ່ຜ່ານເຂົ້າຮອບ 36 ຄົນ ບໍ່ໄດ້ຕຳແໜ່ງແມ່ນຈະໄດ້ຮັບລາງວັນ 10 ລ້ານກີບ.

ງານນີ້ສາວງາມທ່ານໃດ ທີ່ມີຄວາມສົນໃຈແມ່ນສະໝັກໄດ້ແລ້ວ ເປີດຮັບສະໝັກຕັ້ງແຕ່ມື້ນີ້ຈົນເຖິງວັນທີ 23 ພະຈິກ 2023 ເຊິ່ງຮອບຄັດເລືອກແມ່ນວັນທີ 25 ພະຈິກ 2023 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງ ວຽງຈັນ. ສ່ວນຮອບຕັດສິນແມ່ນວັນທີ 28 ມັງກອນ 2024 ພ້ອມເທສະການດອກງິ້ວບານ ທີ່ເຂດເສດຖະກິດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ສຳລັບເງື່ອນໄຂຜູ້ສະໝັກນາງສາວທ່ອງທ່ຽວລາວ 2024 ແມ່ນເປັນແມ່ຍິງ ທີ່ມີສັນຊາດລາວ, ອາຍຸລະຫວ່າງ 17 – 25 ປີ, ມີສ່ວນສູງ 160 ຊັງຕີແມັດຂຶ້ນໄປ, ບໍ່ເຄີຍຜ່ານການແຕ່ງດອງ ຫຼື ມີບຸດມາກ່ອນ, ການສຶກສາລະດັບມັດທະຍົມປາຍຂຶ້ນໄປ, ມີບຸກຄະລິກກະພາບທີ່ດີ, ມີມາລະຍາດ, ມີຄວາມຕັ້ງໃຈມາປະກວດ, ສາມາດເກັບຕົວຢູ່ຕ່າງແຂວງໄດ້, ຫຼິ້ນກິດຈະກຳລຸຍໆໄດ້ ສາມາດດາວໂຫຼດແບບຟອມສະໝັກທີ່ Face book Page Miss Tourism Laos ນາງສາວທ່ອງທ່ຽວລາວ ແລະ ເບີໂທວັອດແອັບ: 556 39970, 020 9528 9975.
ພ້ອມນີ້, ສາວງາມ ນາງ ອິນທິລາ ຄຸນພະຈັນສີ ນາງສາວທ່ອງທ່ຽວລາວ 2023 ກໍຍັງໄດ້ຝາກເຊີນຊວນສາວໆທີ່ມີຄວາມສົນໃຈ ກ້າວຜ່ານຄວາມຢ້ານ ແລະ ເດີນຕາມຝັນຂອງຕົນເອງໃຫ້ຮ່ວມສະໝັກກັນຫຼາຍໆ.