ການເຕີບໂຕເສດຖະກິດທົ່ວໂລກ ຈະຕໍ່າກວ່າຄ່າສະເລ່ຍ 3,8 ໃນໄລຍະ 2 ທົດສະວັດ

62

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ກອງທຶນການເງິນລະຫວ່າງປະເທດ ( ໄອເອັມເອັຟ ) ຫາກໍເປີດເຜີຍບົດລາຍງານທ່າອ່ຽງເສດຖະກິດໂລກ ສະບັບປັບປຸງຫຼ້າສຸດ ໂດຍຊີ້ໃຫ້ເຫັນວ່າ ປີ 2024 ເສດຖະກິດໂລກຍັງສືບຕໍ່ປະເຊີນກັບຄວາມທ້າທາຍ ໂດຍໄດ້ຮັບຜົນກະທົບທາງລົບຈາກໄພເງິນເຟີ້, ນະໂຍບາຍການເງິນຈະເຂັ້ມງວດຂຶ້ນ, ຄວາມໝັ້ນຄົງ ແລະ ຄວາມຂັດແຍ່ງທາງດ້ານການເມືອງ, ການປ່ຽນແປງດິນຟ້າອາກາດນໍາໄປສູ່ຄວາມອ່ອນແອຂອງເສດຖະກິດໂລກ.

ໃນບົດລາຍງານ ໄອເອັມເອັຟ ໄດ້ເພີ່ມຄາດການອັດຕາເງິນເຟີ້ທົ່ວໂລກໃນປີ 2024 ເປັນ 5,8% ເພີ່ມຂຶ້ນ 0,6 ຈຸດ ເມື່ອທຽບກັບຄາດການຄັ້ງກ່ອນ ແລະ ໃນທ່າມກາງການເຕີບໂຕທົ່ວໂລກ ຄາດວ່າຈະຢູ່ທີ່ 2,9% ເຊິ່ງຕໍ່າກວ່າຄ່າສະເລ່ຍ 3,8% ໃນໄລຍະ 2 ທົດສະວັດຂ້າງໜ້າ.

ນອກນີ້, ໄອເອັມເອັຟ ຍັງເຕືອນວ່າ: ການກະຈາຍຕົວຂອງເສດຖະກິດໂລກ ຈະສົ່ງຜົນກະທົບຕໍ່ການເຕີບໂຕຂອງການຄ້າ ໂດຍຄາດການກວ່າ ການເຕີບໂຕຂອງການຄ້າໃນປີນີ້ ທີ່ 0,9% ຫຼຸດລົງຈາກການຄາດການໃນເດືອນກໍລະກົດຜ່ານມາ 2% ແລະ ທຽບກັບຄ່າສະເລ່ຍທີ່ 4,9% ໃນໄລຍະ 2 ທົດສະວັດ.

ໄອເອັມເອັຟ ຍັງລະບຸວ່າ: ໜີ້ສາທາລະນະທົ່ວໂລກ ບໍ່ພຽງແຕ່ເພີ່ມສູງຂຶ້ນເທົ່ານັ້ນ ແຕ່ຍັງເພີ່ມຂຶ້ນໄວກວ່າການຄາດການ ເຊິ່ງປະເທດທີ່ມີລາຍໄດ້ໜ້ອຍປະມານ 15% ມີໜີ້ສິນຢູ່ແລ້ວ ແລະ ອີກ 45% ຂອງປະເທດເສດຖະກິດໃກ້ຄຽງກັບເກນດັ່ງກ່າວ. ບັນຫານີ້, ໄອເອັມເອັຟ ກໍຄາດການວ່າອັດຕາປັດຈຸບັນໜີ້ສາທາລະນະທົ່ວໂລກຈະສູງເກືອບເຖິງ 100% ຂອງລວມຍອດຜະລິດຕະພັນພາຍໃນ ( GDP ) ໃນໝົດທົດສະວັດນີ້.

ບົດລາຍງານນີ້ ໄດ້ເຜິີຍແຜ່ໃນກອງປະຊຸມປະຈໍາປີລະດູໃບໄມ້ຫຼົ່ນ ປີ 2023 ລະຫວ່າງ ໄອເອັມເອັຟ ແລະ ທະນາຄານໂລກ ທີ່ຈັດຂຶ້ນຢູ່ປະເດ ໂມຣ໊ອກໂກ ລະຫວ່າງ 9 – 15 ຕຸລານີ້.