ບຸກຄະລິກຂອງຜູ້ນຳ ຫຼື ຜູ້ບໍລິຫານ

89

ບຸກຄະລິກກະພາບຂອງຜູ້ນຳ ຫຼື ຜູ້ບໍລິຫານມີຄວາມສຳຄັນຕໍ່ຄວາມສຳເລັດ ຫຼື ຄວາມຫຼົ້ມແຫຼວໃນການບໍລິຫານງານ ເນື່ອງຈາກຜູ້ບໍລິຫານທີ່ມີບຸກຄະລິກກະພາບດີຍ່ອມໄດ້ຮັບການຍອມຮັບນັບຖືຈາກຜູ້ໃຕ້ບັງຄັບບັນຊາ ເມື່ອການຍອມຮັບເກີດຂຶ້ນການບໍລິຫານງານຍ່ອມດຳເນີນໄປໄດ້ດີ ເພາະຈະໄດ້ຮັບຄວາມຮ່ວມມືໃນທຸກໆດ້ານ ເປັນຕົ້ນ: ເວົ້າກໍມີຄົນຟັງ, ຟັງແລ້ວກໍເຊື່ອ, ຄ້ອຍຕາມ ເມື່ອມີຄຳສັ່ງ ຫຼື ດຳເນີນການກໍໄດ້ຮັບຄວາມຮ່ວມແຮງຮ່ວມໃຈ, ພົບບັນຫາກໍພ້ອມທີ່ຈະຊ່ວຍກັນແກ້ໄຂ ແລ້ວຍິ້ມຮັບຄວາມສຳເລັດນຳກັນ.

ແຕ່ຫາກຜູ້ນຳມີບຸກຄະລິກກະພາບທີ່ບໍ່ໄດ້ການຍອມຮັບເຊັ່ນ: ໂວກເວກ, ມັກຖຽງ, ໃຊ້ຄຳຫຍາບ, ຟັງໃຜບໍ່ເປັນເວລານັ່ງປະຊຸມ ເຊິ່ງຄວນຈະເປັນຜູ້ໃຫຍ່ໃນການຈົດຈໍ່ໃສ່ໃຈຕໍ່ການມີສ່ວນຮ່ວມໃນກອງປະຊຸມພັດມານັ່ງພັບນົກພັບເຮືອຫຼິ້ນ ຫຼື ຫຼິ້ນໂທລະສັບເສີຍ ແບບນີ້ກໍເປັນຕົວຢ່າງທີ່ຫາຄົນມີຈິດສັດທາຍາກ ເພາະເບິ່ງຄືກັບທ່ານບໍ່ຢາກມີສ່ວນຮ່ວມອັນໃດກັບໃຜ ພຽງແຕ່ເຮັດທຸກຢ່າງຕາມໃຈ, ຕາມເຫດຜົນ, ຕາມຄວາມຄິດ ຫຼື ຄວາມຕ້ອງການທີ່ຕົນເອງເຫັນວ່າດີເທົ່ານັ້ນ.
ບຸກຄະລິກກະພາບຂອງບຸກຄົນປະກອບດ້ວຍ 4 ປະການ ຄື:
1. ບຸກຄະລິກທາງກາຍ
2. ບຸກຄະລິກທາງອາລົມ ແລະ ຈິດວິທະຍາ
3. ບຸກຄະລິກທາງສັງຄົມ
4. ບຸກຄະລິກທາງສະຕິປັນຍາ
ບຸກຄະລິກທາງກາຍ: ຮ່າງກາຍຕ້ອງສະອາດ ( ບໍ່ກຸຍ,ບໍ່ເໝັນກິ່ນຕົວ ), ແຕ່ງກາຍຮຽບຮ້ອຍເໝາະກັບຕຳແໜ່ງ, ໄວ ແລະ ສະຖານະການ; ບຸກຄະລິກພາຍໃນຜູ້ບໍລິຫານຕ້ອງມີຄວາມສາມາດໃນການເວົ້າການຈາ, ມີການໂຕ້ຕອບທີ່ດີ, ມີຄວາມສະຫຼາດແຫຼມຄົມໃນການສົນທະນາ, ເປັນຜູ້ນຳກຸ່ມໄດ້, ຕ້ອງມີຂໍ້ມູນຢ່າງພຽງພໍ, ຕ້ອງມີການຮຽນຮູ້ຢູ່ສະເໝີ, ໄວຕໍ່ການສື່ສານພາສາເວົ້າຢ່າງມີປະສິດທິພາບ.

+ ບຸກຄະລິກທາງອາລົມ ແລະ ຈິດວິທະຍາ: ຕ້ອງມີ ຄວາມໝັ້ນຄົງທາງດ້ານອາລົມ, ບໍ່ຫງຸດຫງິດ, ມີຄວາມກ້າຫານໃນການປະເຊີນກັບອຸປະສັກຕ່າງໆ, ມີຈິດໃຈເປັນປະຊາທິປະໄຕ, ເຄົາລົບສິດ, ຮັບຟັງຄວາມຄິດເຫັນຂອງຄົນອື່ນ, ຮູ້ຈັກຊົມເຊີຍ, ເວົ້າໂນ້ມນ້າວຈູງໃຈຄົນໃຫ້ເຮັດວຽກເພື່ອຄວາມກ້າວໜ້າຂອງໜ່ວຍງານ, ມີຈິດໃຈສົ່ງເສີມຄວາມກ້າວໜ້າໃຫ້ຜູ້ໃຕ້ບັງຄັບບັນຊາ.
+ ບຸກຄະລິກທາງສັງຄົມ: ຜູ້ບໍລິຫານຄວນເປັນຜູ້ນຳໃນການສຶກສາຫາຄວາມຮູ້ໃນພິທີການຕ່າງໆ ຕາມບັນທັດຖານຂອງສັງຄົມ ເພື່ອຈະໄດ້ປະຕິບັດຕາມມາລະຍາດສາກົນໄດ້ຢ່າງຖືກຕ້ອງ, ສາມາດເປັນຕົວຢ່າງໃຫ້ຄຳແນະນຳແກ່ຜູ້ໃຕ້ບັງຄັບບັນຊາຕະຫຼອດທັງຄົນອ້ອມຂ້າງ.
+ ບຸກຄະລິກທາງສະຕິປັນຍາ: ຕ້ອງມີຄວາມຄິດລິເລີ່ມສ້າງສັນພໍທີ່ຈະເປັນຜູ້ນຳກຸ່ມ, ສາມາດຄິດສ້າງສິ່ງທີ່ເປັນປະໂຫຍດແກ່ສະຖານສຶກສາໄດ້ ເຊິ່ງອາດສະຫຼຸບໄດ້ວ່າສະຕິປັນຍາ ແລະ ຄວາມຮອບຮູ້ວິຊາຊີບຂອງຜູ້ບໍລິຫານເປັນສິ່ງສຳຄັນຫຼາຍໃນການບໍລິຫານ.
ອົງປະກອບທັງ 4 ດ້ານຂອງບຸກຄະລິກທີ່ດີຂອງຜູ້ບໍລິຫານນັ້ນ ຖືວ່າມີຄວາມສຳຄັນເທົ່າທຽມກັນສົມຄວນທີ່ຜູ້ບໍລິຫານຄວນຄຳນຶງ ໝັ່ນຝຶກຝົນຈົນເປັນພາບຫຼັກທີ່ປາກົດແກ່ສາຍຕາຂອງຄົນທົ່ວໄປ ເພາະນັ້ນຄືສິ່ງສຳຄັນຢ່າງຍິ່ງໃນການຈູງໃຈໃຫ້ຜູ້ໃຕ້ບັງຄັບບັນຊາຍອມຮັບນັບຖື ອັນຈະສົ່ງຜົນເຖິງການຮ່ວມມືຮ່ວມໃຈໃນການປະຕິບັດວຽກງານອີກດ້ວຍ.
[ ຈາກ: oknation.nationtv.tv ]