ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ເປີດທາງການ ຊ່ວຍເຫຼືອດ້ານມະນຸດສະທຳໃນກາຊາ

48

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ( ສປຊ) ໄດ້ຮຽກຮ້ອງໃຫ້ຝ່າຍກ່ຽວຂ້ອງຄວນເປີດທາງໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ເຊັ່ນ: ນ້ຳດື່ມ, ອາຫານ, ເຊື້ອເພີງ ແລະ ອື່ນໆ ເຂົ້າໄປຊ່ວຍເຫຼືອປະຊາຊົນໃນກາຊາ ຂອງປາເລັສຕິນ ເຊິ່ງຂະນະນີ້ ຖືກອິດສະຣາແອນປິດລ້ອມທຸກດ້ານ.

ລາຍງານລະບຸວ່າ: ຜູ້ຕາງໜ້າຂອງ ສປຊ ປະຈຳນະຄອນໄຄໂຣ ປະເທດເອຢິບ ກຳລັງເຮັດວຽກຮ່ວມກັບຄູ່ຮ່ວມມື ເພື່ອຫາທາງເຈລະຈາຢຸດຕິຄວາມຂັດແຍ່ງລະຫວ່າງອິດສະຣາແອນ ກັບ ກຸ່ມຮາມາສ ແລະ ປ້ອງກັນບໍ່ໃຫ້ການສູ້ຮົບຂະຫຍາຍອອກສູ່ວົງກວ້າງ, ລວມທັງການເຈລະຈາເປີດທາງໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳເຂົ້າເຖິງກາຊາໄດ້.