ໄອເອັມເອັຟ ຮຽກຮ້ອງໃຫ້ປະເທດຮັ່ງມີ ເພີ່ມການສະໜັບສະໜູນປະເທດກຳລັງພັດທະນາ

50

ເວັບໄຊສໍານັກຂ່າວ BNews.vn ລາຍງານວ່າ: ທ່ານ ນາງ Kristalina Georgieva ຜູ້ອໍານວຍການໃຫຍ່ກອງທຶນການເງິນລະຫວ່າງປະເທດ ( ໄອເອັມເອັຟ ) ໄດ້ຮຽກຮ້ອງໃຫ້ປະເທດທີ່ຮັ່ງມີ ເພີ່ມການສະໜັບສະໜູນປະເທດກຳລັງພັດທະນາ ໃນການຈັດການກັບພາລະໜີ້ສິນຂອງພວກເຂົາ.

ຜູ້ອຳນວຍການ ໄອເອັມເອັຟ ກ່າວໃນພິທີເປີດກອງປະຊຸມລະດູໃບໄມ້ຫຼົ່ນປະຈໍາປີ ລະຫວ່າງ IMF ແລະ ທະນາຄານໂລກ ( WB ) ຈັດຂຶ້ນທີ່ປະເທດໂມລ໊ອກໂກ ໃນລະຫວ່າງວັນທີ 9 – 15 ຕຸລານີ້; ທ່ານ ນາງ Kristalina Georgieva ໄດ້ຮຽກຮ້ອງເພື່ອໃຫ້ປະເທດທີ່ຮັ່ງມີ ເສີມສ້າງຄວາມເຂັ້ມແຂງໃນການຊ່ວຍເຫຼືອປະເທດກຳລັງພັດທະນາ ໃນການແກ້ໄຂພາລະໜີ້ ທ່າມກາງສະພາບທີ່ IMF – WB ກຳລັງປະເຊີນກັບແຮງກົດດັນໃນການປະຕິຮູບ ເພື່ອເພີ່ມການສະໜັບສະໜູນຊ່ວຍເຫຼືອປະເທດທີ່ບອບບາງ ຮັບມືກັບຄວາມທຸກຍາກ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ທ່ານ ນາງ Kristalina Georgieva ຍັງກ່າວວ່າ: ພວກເຮົາຍັງປະເຊີນກັບບັນຫາເມື່ອ 50 ປີກ່ອນໜ້ານີ້ ເຊັ່ນ: ອັດຕາເງິນເຟີ້ໃນລະດັບສູງ, ຄວາມບໍ່ໝັ້ນຄົງທາງການເມືອງ ແລະ ພາລະໜີ້ສິນ ເຊິ່ງ IMF – WB ຈະຕ້ອງປັບປຸງຂີດຄວາມສາມາດ ເພື່ອຊ່ວຍເຫຼືອປະເທດທີ່ຕ້ອງການຄວາມຊ່ວຍເຫຼືອ ລວມເຖິງການໃຫ້ສິນເຊື່ອທີ່ບໍ່ມີດອກເບ້ຍ “ ໃນວົງກວ້າງ ” ໂດຍພວກເຮົາຕ້ອງປະຕິຮູບລະບົບໂກຕາການບໍລິຈາກທາງການເງິນຂອງປະເທດສະມາຊິກ ໄອເອັມເອັຟ ເພື່ອເພີ່ມການສະໜັບສະໜູນ ສຳລັບປະເທດທີ່ມີລາຍໄດ້ໜ້ອຍ.

ຂະນະທີ່, WB ຈະປະກາດແຜນການສິນເຊື່ອເພີ່ມຕື່ມ ມູນຄ່າສູງເຖິງ 50 ຕື້ໂດລາ ໃນທົດສະວັດໜ້າ ເຊິ່ງລາຍງານລະບຸວ່າ: ທ່ານ Ajay Banga ປະທານຂອງ WB ຕ້ອງການທີ່ຈະເພີ່ມເງິນກູ້ 125 ຕື້ໂດລາ ຜ່ານການບໍລິຈາກທາງການເງິນ ຈາກປະເທດຮັ່ງມີ. ຢ່າງໃດກໍຕາມ, ບັນຫານີ້ອາດຈະຍາກທີ່ສຸດ.