ວິສາຫະກິດຕ່າງຊາດ ສົ່ງເສີມທຸລະກິດໃນຊຽງໄຮ້ ເພີ່ມຂຶ້ນ

31

ເວັບໄຊສຳນັກຂ່າວ globaltimes.cn ລາຍງານວ່າ: ວິສາຫະກິດຕ່າງຊາດ ສົ່ງເສີມທຸລະກິດໃນນະຄອນຊຽງໄຮ້ເພີ່ມຂຶ້ນ ເນື່ອງຈາກຂໍ້ໄດ້ປຽບໃນທ້ອງຖິ່ນ ເຊິ່ງບໍລິສັດຕ່າງຊາດຫຼາຍແຫ່ງຈະຂະຫຍາຍທຸລະກິດໃນຊຽງໄຮ້ ສປ ຈີນ ເພາະເຂົາເຈົ້າເຫັນວ່າທີ່ນີ້ມີຕະຫຼາດທີ່ຈະເລີນຮຸ່ງເຮືອງ ແລະ ຂໍ້ໄດ້ປຽບດ້ານຕ່ອງໂສ້ອຸດສາຫະກຳ ເຊິ່ງນີ້ສະແດງໃຫ້ເຫັນວ່ານະໂຍບາຍຂອງລັດ ໃນການດຶງດູດການລົງທຶນຈາກຕ່າງປະເທດກຳລັງໄດ້ຮັບຜົນ.

ໄລຍະເດືອນ 1 – 8 ປີນີ້, ການລົງທຶນໂດຍກົງຈາກຕ່າງປະເທດ ໃນນະຄອນຊຽງໄຮ້ ມີມູນຄ່າ 15,90 ຕື້ໂດລາ ຫຼຸດລົງ 2,5% ເມື່ອທຽບເປັນລາຍປີ ເຊິ່ງລາຍງານລະບຸວ່າ ຊ໊ອຟແວ ແລະ ບໍລິການສົ່ງຂໍ້ມູນ, ການວິໄຈ ແລະ ບໍລິການດ້ານເຕັກໂນໂລຊີ, ການບໍລິການໃຫ້ເຊົ່າ ແລະ ທຸລະກິດການບໍລິການ ຖືເປັນ 3 ພາກສ່ວນທີ່ໄດ້ຮັບການລົງທຶນຕ່າງປະເທດຫຼາຍທີ່ສຸດ.

ເຖິງວ່າການລົງທຶນໂດຍກົງຈາກຕ່າງປະເທດຈະຫຼຸດລົງ ແຕ່ໃນນີ້ມີດ້ານທີ່ສຳຄັນ ໂດຍສະເພາະການລົງທຶນໃສ່ບັນດາບໍລິສັດໃໝ່ໃນຊຽງໄຮ້ ເຊິ່ງຂໍ້ມູນຈາກຄະນະກຳມະການພັດທະນາການລົງທຶນຕ່າງປະເທດ ນະຄອນຊຽງໄຮ້ ໄດ້ສະແດງໃຫ້ເຫັນວ່າຕັ້ງແຕ່ເດືອນ 1 – 8 ປີນີ້ ຈໍານວນວິສາຫະກິດໃໝ່ທີ່ໄດ້ຮັບການສະໜັບສະໜູນຈາກຕ່າງປະເທດໃນຊຽງໄຮ້ສູງເຖິງ 3.877 ແຫ່ງ ເພີ່ມຂຶ້ນ 44,2% ເມື່ອທຽບກັບປີຜ່ານມາ.

ຂະນະທີ່, China Media Group ໄດ້ລາຍງານວ່າ: ໃນງານ China International Import Expo ຄັ້ງທີ 6 ທີ່ຈະຈັດຂຶ້ນລະ ຫວ່າງວັນທີ 5 – 10 ພະຈິກ 2023 ຈະມີບໍລິສັດຕ່າງຊາດຫຼາຍກວ່າ 1.400 ບໍລິສັດ ຈາກບັນດາປະເທດພາຍໃຕ້ໂຄງການໜຶ່ງແລວໜຶ່ງເສັ້ນທາງ ທີ່ໄດ້ຢືນຢັນວ່າຈະເຂົ້າຮ່ວມງານດັ່ງກ່າວ. ນີ້ສະແດງໃຫ້ເຫັນເຖິງຄວາມໜ້າດຶງດູດທີ່ເປັນຂໍ້ໄດ້ປຽບທີ່ສຸດຂອງຊຽງໄຮ້ ໃນດ້ານການລົງທຶນຈາກຕ່າງຊາດ.