ຜູ້ອາຍຸສູງໃນອິນເດຍ ອາດເພີ່ມຂຶ້ນ 2 ເທົ່າ

53

ສຳນັກຂ່າວຕ່າງປະເທດລາຍງານວ່າ ກອງທຶນປະຊາກອນ ແຫ່ງສະຫະປະຊາຊາດ ( UNFPA ) ໄດ້ອອກບົດລາຍງານລະບຸວ່າ: ປະຊາກອນຜູ້ອາຍຸສູງໃນອິນເດຍ ອາດເພີ່ມຂຶ້ນເຖິງ 2 ເທົ່າ ໃນປີ 2050 ແລະ ຫຼາຍກວ່າປະຊາກອນເດັກນ້ອຍພາຍໃນປະເທດ ເຊິ່ງອາດຈະເກີດຄວາມທ້າທາຍຕໍ່ການພັດທະນາເສດຖະກິດຂອງອິນເດຍ.

UNFPA ລະບຸວ່າ: ຈຳນວນປະຊາກອນຂອງອິນເດຍ ທີ່ມີອາຍຸ 60 ຂຶ້ນໄປ ອາດຈະເພີ່ມຈາກ 149 ລ້ານຄົນ ໃນປີ 2022 ເປັນ 347 ລ້ານຄົນ ໃນປີ 2050 ແລະ ຄາດການວ່າໃນປີ 2046 ຜູ້ອາຍຸສູງໃນອິນເດຍ ອາດຫຼາຍກວ່າເດັກເກີດໃໝ່ ຫາ 14 ປີ ແລະ ປະຊາກອນທີ່ມີອາຍຸ 15 ຫາ 19 ປີ ຈະຫຼຸດລົງ.

ປັດຈຸບັນອິນເດຍ ມີປະຊາກອນຫຼາຍທີ່ສຸດໃນໂລກ, ມີປະຊາກອນຕ່ຳກວ່າ 35 ປີ ກວມເອົາ 65% ຂອງຈຳນວນປະຊາກອນທັງໝົດ. UNFPA ຄາດການວ່າ ແຕ່ປີ 2022 ຫາ 2050 ປະຊາກອນອິນເດຍ ຈະເພີ່ມຂຶ້ນ 18% ແລະ ປະຊາກອນຜູ້ອາຍຸສູງ ຈະເພີ່ມຂຶ້ນ 134%, ໃນຂະນະທີ່ປະຊາກອນອາຍຸ 80 ປີຂຶ້ນໄປ ຈະເພີ່ມຂຶ້ນ 279%.