ສປປ ລາວ ຍາດໄດ້ 3 ຫຼຽນທອງໃນເອຊຽນ ເກມ ຄັ້ງທີ 19, ປິດສາກ ສປ ຈີນ ສົ່ງທຸງໃຫ້ ຍີ່ປຸ່ນ ເຈົ້າພາບປີ 2026

57

ງານມະຫາກໍາກີລາ ເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ໄດ້ປິດສາກຢ່າງເປັນທາງການເມື່ອວັນທີ 8 ຕຸລາ 2023 ໂດຍບົດສະຫຼຸບຂອງ ທັບນັກກີລາລາວ ສາມາດຍາດໄດ້ 3 ຫຼຽນທອງຈາກກີລາກະຕໍ້, ສ່ວນເຈົ້າຄອງຫຼຽນຄໍາເປັນຂອງ ເຈົ້າພາບ ສປ ຈີນ. ຂະນະທີ່ ສປ ຈີນ ໄດ້ມອບທຸງເຈົ້າພາບຄັ້ງຕໍ່ໄປໃຫ້ກັບ ປະເທດຍີ່ປຸ່ນ ເຈົ້າພາບຄັ້ງທີ 20 ລະຫວ່າງວັນທີ 19 ກັນຍາ – 4 ຕຸລາ 2026.

ພິທີປິດງານກີລາ ເອຊຽນ ເກມ ຄັ້ງທີ 19 ທີ່ ສປ ຈີນ ຈັດຂຶ້ນໃນຕອນແລງຂອງວັນທີ 8 ຕຸລາ 2023 ໃຫ້ກຽດເປັນປະທານໂດຍ ທ່ານ ຫຼີ່ ສຽງ ( Li Qiang ) ນາຍົດລັດຖະມົນຕີ ສປ ຈີນ ເຊິ່ງພິທີດັ່ງກ່າວເນັ້ນໄປທີ່ການຂອບໃຈອາສາສະມັກທີ່ຄ່ອຍໃຫ້ການບໍລິການ ແລະ ກາຊ່ວຍເຫຼືອທຸກຄົນຕະຫຼອດການແຂ່ງຂັນ ລວມທັງການທຸ້ມເທຂອງນັກກີລາຢ່າງໜັກ ເພື່ອຄວາມຝັນໃນການຫຼິ້ນກີລາ ໃນຮອບແບບງານລ້ຽງອໍາລາເວລາ 75 ນາທີ ດ້ວຍຄວາມອົບອຸ່ນ, ຄວາມເຂົາລົບເຊິ່ງກັນແລະກັນ, ການສະແດງທີ່ເຕັມໄປດ້ວຍການໃຊ້ເທັກນິກແສງສີສຽງ ແບບດຽວກັບພິທີເປີດ ໃຊ້ຈໍ LED ໃນພື້ນສະໜາມສໍາສະເໜີເລື່ອງລາວຕ່າງໆ ຕະຫຼອດການແຂ່ງຂັນ ແລະ ເຈົ້າພາບຄັ້ງຕໍ່ໄປເມືອງນາໂກຢາ ແລະ ໄອຈິ ປະເທດຍີ່ໂ່ນ ໄດ້ຈັດການສະແດງມາຮັບທຸງເຈົ້າພາບຄັ້ງຕໍ່ໄປ.

ສ່ວນຜົນງານຂອງທັບນັກກີລາລາວ ໃນເອຊຽນ ເກມ ຄັ້ງທີ 19 ຍາດໄດ້ 3 ຫຼຽນທອງຈາກ ກະຕໍ້ ທີມຊຸດຍິງ, ທີມຊຸດຊາຍ ແລະ ທີມກະຕໍ້ຍິງ ປະເພດ 4 ຄົນ ເຊິ່ງໃນຕອນແລງເມື່ອວັນທີ 8 ຕຸລາ 2023 ທີ່ສະໜາມບິນສາກົນ ວັດໄຕ ນະຄອນຫລວງວຽງຈັນ ນຳໂດຍ ທ່ານ ສີຈັນ ຈິດຕະປັນຍາ ຮອງຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະ ແລະ ພະນັກງານ ໄດ້ມາຕ້ອນຮັບທັບນັກກີລາກະຕໍ້ທີມຊາດລາວ ທີ່ໄດ້ເດີນທາງກັບມາປະເທດລາວ ເຊິ່ງໄດ້ຮັບການຕ້ອນຮັບຈາກຄະນະນໍາກະຊວງສຶກສາທິການ ແລະ ກີລາ ພ້ອມເຖິງແຟນຢ່າງອົບອຸ່ນ.

ຖືວ່າຜົນງານໃນ ເອຊຽນເກມ ຄັ້ງທີ 19 ຂອງ ທັບນັກກີລາລາວ ທີ່ສົ່ງເຂົ້າຮ່ວມ 16 ປະເພດກີລາ ແລະ ມີຈໍານວນພົນທັງໝົດ 152 ຄົນ ຍາດໄດ້ 3 ຫຼຽນທອງຈາກກີລາກະຕໍ້ທັງໝົດ ຈັດຢູ່ອັນດັບທີ 35 ຂອງຕາຕະລາງສະຫຼຸບຫຼຽນ ຖືສ້າງຜົນງານໄດ້ຕົກຕໍ່າກວ່າ ຄັ້ງທີ 18 ປີ 2018 ທີ່ປະເທດອິນໂດເນເຊຍ ສປປ ລາວ ໄດ້ສົ່ງ 19 ປະເພດກີລາສາມາດຍາດໄດ້ 5 ຫຼຽນແບ່ງເປັນ 2 ຫຼຽນເງິນ: ຈາກກີລາ ກະຕໍ້ ແລະ ປັນຈັກສີລັດ, ສ່ວນອີກ 3 ຫຼຽນທອງໄດ້ຈາກ ປັນຈັກສີລັດ 2 ຫຼຽນ ແລະ ກະຕໍ້ 1 ຫຼຽນ. ຈັດຢູ່ອັນດັບທີ 31 ຂອງຕາຕະລາງສະຫຼຸບຫຼຽນຈາກ 45 ປະເທດເຂົ້າຮ່ວມການແຂ່ງຂັນ.

ສໍາລັບ ເຈົ້າຄອງຫຼຽນຄໍາເປັນຂອງເຈົ້າພາບ ສປ ຈີນ ກວາດໄປເຖິງ 201 ຫຼຽນຄໍາ, 111 ຫຼຽນເງິນ ແລະ 71 ຫຼຽນທອງ; ອັນດັບ 2 ຍີ່ປຸ່ນ ກວາດໄປ 52 ຫຼຽນທອງ, 67 ຫຼຽນເງິນ ແລະ 69 ຫຼຽນທອງ; ອັນດັບ 3 ສ ເກົາຫຼີ ກວາດໄປ 42 ຫຼຽນຄໍາ, 59 ຫຼຽນເງິນ ແລະ 89 ຫຼຽນທອງ. ຂະນະທີ່ ຊາດທີ່ຍາດໄດ້ຫຼຽນນ້ອຍທີ່ສຸດເປັນ ກໍາປູເຈຍ, ລີບັງ, ປາເລັສຕິນ ແລະ ຊີເຣຍ ຍາດໄດ້ 1 ຫຼຽນທອງເທົ່າກັນຈັດຢູ່ອັນດັບທີ 38 ຂອງຕາຕະລາງສະຫຼຸບຫຼຽນ.
ຂ່າວ: Larh Creators