Coca-Cola Laos 2023 ມ່ວນແນ່ນອນຄັດເອົາ 4 ທີມສຸດທ້າຍ ຈາກທົ່ວປະເທດຮ່ວມຊີງແຊັມທີ່ ນະຄອນຫຼວງ

82

ຖືວ່າເປັນອີກ 1 ປີທີ່ຍິ່ງໃຫຍ່ ສໍາລັບການແຂ່ງຂັນບານເຕະນັກຮຽນມົດຖະຍົມສຶກສາ ທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 17 ປີ ( ຊາຍ-ຍິງ ) ຊີງຂັນທານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ປະຈາປີ 2023 ຫຼື COPA Coca-Cola Laos 2023 ມີຫຼາຍທີມຈາກຫຼາຍໂຮງຮຽນຈາກທົ່ວປະເທດເຂົ້າຮ່ວມຊີງໄຊ ລະຫວ່າງວັນທີ 9 ຕຸລາ 2023 ໄປຈົນເຖິງ 8 ທັນວາ 2023.

ພິທີຖະແຫຼງຂ່າວກະກຽມຄວາມພ້ອມຈັດການແຂ່ງຂັນລາຍການດ່ັງກ່າວ ຈັດຂຶ້ນໃນຕອນແລງຂອງວັນທີ 4 ຕຸລາ 2023 ທີ່ສູນການຄ້າ ວຽງຈັນ ເຊັນເຕີ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການ ໂອແລມປິກ ແຫ່ງຊາດລາວ, ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ຈັນທິດາ ສີຫາລາດ ຜູ້ຈັດການພະແນກການຕະຫຼາດ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ ແລະ ທ່ານ ສຸລິວັນ ເຊິນວິໄລ ຜູ້ອໍານວຍການສະຖາບັນກີລາ-ກາຍະກໍາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກີລາ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສຸລິວັນ ເຊິນວິໄລ ຜູ້ອໍານວຍການສະຖາບັນກີລາ-ກາຍຍະກໍາ ກ່າວວ່າ: ພາຍຫຼັງທີ່ ກົມກີລາລະດັບສູງ ກໍຄື ກະຊວງສຶກສາທິການ ແລະ ກີລາ ໄດ້ມອບສິດໃຫ້ກັບສະຖາບັນກີລາ-ກາຍຍະກໍາ ເປັນຜູ້ຮັດຜິດຊອບຈັດການແຂ່ງຂັນ ໂດຍຮ່ວມມືບໍລິສັດ ຮຸ່ງອາລຸນ ການຄ້າ ອີເລັກໂທນິກ ຈໍາກັດ ເພື່ອຈັດການແຂ່ງຂັນບານເຕະນັກຮຽນມັດຖະຍົມສຶກສາ ທົ່ວປະເທດ ອາຍຸບໍ່ເກີນ 17 ປີ ( ຊາຍ-ຍິງ ) ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຫຼື COPA Coca-Cola Laos 2023 ພາຍໃຕ້ການສະໜັບສະໜູນຂອງ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕຼິງຈໍາກັດ ໂດຍກໍານົດເອົາທີມຈາກຫຼາຍໂຮງຮຽນຈາກທົ່ວປະເທດເຂົ້າຮ່ວມຊີງໄຊ ໂດຍຮູບແບບການແຂ່ງຂັນມີດັ່ງນີ້:

-ພາກກາງຢູ່ນະຄອນຫຼວງ ແຂ່ງຂັນລະຫວ່າງວັນທີ 9 ຕຸລາ 2023 – 10 ພະຈິກ 2023 ທີມຊາຍມີ 9 ທີມ ແລະ ທີມຍິງມີ 9 ທີມ ຈະຄັດເອົາ 2 ທີມຊາຍ ແລະ 2 ທີມຍິງ ທີ່ດີທີ່ສຸດຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍ.
-ພາກໃຕ້ ຈັດຢູ່ແຂວງຈໍາປາສັກ ທີມຊາຍມີ 7 ທີມ ແລະ ທີມຍິງມີ 4 ທີມ ແຂ່ງຂັນລະຫວ່າງວັນທີ 23-30 ພະຈິກ 2023 ເພື່ອຄັດເອົາອັນດັບ 1 ທີມຊາຍ ແລະ ອັນດັບ 1 ທີມຍິງ ຜ່ານເຂົ້າຮອບສຸດທ້າຍ.
-ພາກເໜືອ ຈັດຢູ່ແຂວງຫຼວງນໍ້າທາ ທີມຊາຍມີ 8 ທີມ ແລະ ທີມຍິງ 4 ທີມ ແຂ່ງຂັນລະຫວ່າງວັນທີ 13 – 20 ພະຈິກ 2023 ເພື່ອຄັດເອົາອັນດັບ 1 ທີມຊາຍ ແລະ ອັນດັບ 1 ທີມຍິງເຂົ້າຮອບສຸດທ້າຍ
-ຮອບສຸດທ້າຍ ຫຼື ຮອບຊີງຊະນະເລີດຈະໄດ້ຈັດຢູ່ນະຄອນຫຼວງວຽງຈັນ ໂດຍມີ 4 ທີມຊາຍ ແລະ 4 ທີມຍິງຈາກທົ່ວປະເທດ ແຂ່ງຂັນລະຫວ່າງວັນທີ 4-8 ທັນວາ 2023.

ຂະນະດຽວກັນ ທ່ານ ນາງ ຈັນທິດາ ສີຫາລາດ ຜູ້ຈັດການພະແນກການຕະຫຼາດບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ ກ່າວວ່າ: ທາງບໍລິສັດ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ ຍິນດີໃຫ້ການສະໜັບສະໜູນຈັດການແຂ່ງຂັນລາຍການນີ້ຕໍ່ເນື່ອງ ເນື່ອງຈາກເປັນລາຍການທີ່ມອບໂອກາດໃຫ້ກັບນ້ອງໆເຍົາວະຊົນໄດ້ ລາວມີເວທີໃນການແຂ່ງຂັນກີລາບານເຕະ ເຊິ່ງຫຼາຍປີທີ່ຜ່ານມາກໍສາມາດສ້າງນັກກີລາກ້າວສູ່ການແຂ່ງຂັນບານເຕະໃນລີກສູງສຸດຂອງ ສປປ ລາວ ແລະ ທີມຊາດລາວ ໄດ້ຫຼາຍໆຄົນ ເຊິ່ງນີ້ເປັນໝາກຜົນທີ່ທາງພວກເຮົາໄດ້ຮັບ.
ຂ່າວ: Larh Creators