WHO ແນະນຳວັກຊີນປ້ອງກັນມາລາເຣຍຊະນິດໃໝ່

22

ສຳນັກຂ່າວຣອຍເຕີລາຍງານວ່າ ອົງການອະນາໄມໂລກ ( WHO ) ໃຫ້ນຳໃຊ້ວັກຊີນປ້ອງກັນພະຍາດມາລາເຣຍຊະນິດທີ 2 ເຊິ່ງເປັນຊະນິດຫຼ້າສຸດ ເພື່ອຫຼຸດຜ່ອນການຕິດເຊື້ອມາລາເຣຍ ທີ່ເກີດຈາກຍຸງ ໂດຍຄາດວ່າຈະມີວາງຈຳໜ່າຍໃນກາງປີໜ້າ.

ທ່ານ ດຣ. ທີໂດຣດ ອັກຮານອມ ກຣິບຣີເຢຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່າວວ່າ: ເມື່ອເກືອບ 2 ປີກ່ອນໜ້ານີ້ WHO ໄດ້ແນະນຳໃຫ້ນຳໃຊ້ວັກຊີນປ້ອງກັນມາລາເຣຍ ຊະນິດທຳອິດຂອງໂລກ ທີ່ມີຊື່ວ່າ RTS,S. ປັດຈຸບັນມະຫາວິທະຍາໄລອອກສະຟອດຂອງອັງກິດໄດ້ພັດທະນາວັກຊີນມາລາເຣຍຊະນິດໃໝ່ R21/Matrix-M ໂດຍຄາດວ່າຈະມີວາງຈຳໜ່າຍໃນກາງປີ 2024 ຄາດວ່າມີລາຄາຢູ່ທີ່ 2 ຫາ 4 ໂດລາຕໍ່ໂດສ ເຊິ່ງຂະນະນີ້ WHO ກຳລັງກວດສອບຄຸນສົມບັດຂອງວັກຊີນດັ່ງກ່າວ ກ່ອນຈະຮັບຮອງເອົາ ເພື່ອໃຫ້ພັນທະມິດດ້ານວັກຊີນ ແລະ ການສ້າງພູມຄຸ້ມກັນພະຍາດ ( GAVI ) ແລະ ອົງການຢູນີເຊັບ ສາມາດຊື້ວັກຊີນຈາກຜູ້ຜະລິດໄດ້.

ລາຍງານລະບຸວ່າ: ສະຖາບັນເຊຣູມແຫ່ງອິນເດຍ ( Serum Institute of India ) ຈະເປັນຜູ້ຜະລິດວັກຊີນ R21/Matrix-M ເປັນຈຳນວນຫຼວງຫຼາຍ ແລະ ນຳໃຊ້ສານເສີມ Matrix M ຂອງບໍລິສັດໂນວາແວັກ ( Novavax ).
ສະຖາບັນເຊຣູມ ແຫ່ງອິນເດຍ ເປີດເຜີຍວ່າ: ມາຮອດປັດຈຸບັນ ສະຖາບັນສາມາດຜະລິດວັກຊີນດັ່ງກ່າວໄດ້ແລ້ວ ປະມານ 20 ລ້ານໂດສ ຕາມການແນະນຳຂອງ WHO ແລະ ຈະເພີ່ມກຳລັງການຜະລິດຂຶ້ນຕາມຄວາມຕ້ອງການຂອງຕະຫຼາດ ແລະ ຄາດວ່າ ຮອດກາງປີ 2024 ອຸປະສົງກັບອຸປະທານຈະສອດຄ່ອງກັນ.