ອີຣານ ພິຈາລະນານຳໃຊ້ລະບົບການຊໍາລະເງິນ BRICS

33

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ທ່ານ Bagher Ghalibaf ປະທານສະມັດຊາແຫ່ງຊາດອີຣານ ກ່າວວ່າ ຫຼັງຈາກເຂົ້າຮ່ວມກຸ່ມ BRICS ປະເທດສາມາດປ່ຽນລະບົບການຊໍາລະເງິນ SWIFT ດ້ວຍລະບົບການຊໍາລະເງິນອີເລັກໂຕຣນິກ BRICS Pay.

ໃນກອງປະຊຸມສະມັດຊາແຫ່ງຊາດອີຣານ ເມື່ອວັນທີ 30 ກັນຍາຜ່ານມາ ທ່ານ Bagher Ghalibaf ໄດ້ເນັ້ນຢໍ້າເຖິງຄວາມສຳຄັນຂອງການເປີດໃຊ້ງານລະບົບການຊໍາລະເງິນ BRICS Pay ໂດຍ 30% ຂອງການເຮັດທຸລະກຳຂອງອີຣານ ແມ່ນເຮັດທຸລະກຳກັບຈີນ, ຣັດເຊຍ, ອິນເດຍ ແລະ ອາຟຣິກກາໃຕ້. ນອກຈາກນີ້, ກໍຍັງມີບັນດາປະເທດນອກກຸ່ມ BRICS ກໍສາມາດໃຊ້ລະບົບການຊໍາລະເງິນລະຫວ່າງທະນາຄານໄດ້ເຊັ່ນກັນ.

BRICS Pay ເປັນລະບົບການຊໍາລະເງິນດີຈີຕອນ ທີ່ສ້າງຂຶ້ນໂດຍປະເທດສະມາຊິກ BRICS ເພື່ອຫຼຸດຕົ້ນທຶນ ແລະ ຂັ້ນຕອນທີ່ສັບຊ້ອນໃນການຊໍາລະເງິນລະຫວ່າງປະເທດ, ລະບົບນີ້ຊ່ວຍໃຫ້ທຸລະກິດ ແລະ ຜູ້ບໍລິໂພກ ສາມາດເຮັດທຸລະກຳດ້ວຍສະກຸນເງິນທ້ອງຖິ່ນໄດ້ຢ່າງປອດໄພ ແລະ ມີປະສິດທິພາບ.

ຕາມແຜນດັ່ງກ່າວ, ອີຣານ ຈະກາຍເປັນສະມາຊິກກຸ່ມ BRICS ຕັ້ງແຕ່ເດືອນມັງກອນ 2024 ພ້ອມອີກ 5 ປະເທດ ຄື: ອາກຊັງຕິນ, ເອຢິບ, ເອທິໂອເປຍ, ຊາອຸດິດ ອາຣັບບີ ແລະ ສະຫະລັດອາຣັບເອເມເຣດ ( UAE ). ຂະນະທີ່ປັດຈຸບັນ, ລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງກຸ່ມ BRICS ຄິດເປັນ 24% ຂອງ GDP ໂລກ ແລະ 16% ຂອງມູນຄ່າການສົ່ງອອກສິນຄ້າ ແລະ ບໍລິການຂອງໂລກ.