ລາຄານ້ຳມັນດິບຕະຫຼາດສະຫະລັດ ເພີ່ມຂຶ້ນສູງສຸດໃນຮອບ 1 ປີ

18

ສຳນັກຂ່າວ AFP ລາຍງານວ່າ: ລາຄານ້ຳມັນດິບທີ່ຊື້ – ຂາຍໃນຕະຫຼາດສະຫະລັດອາເມຣິກາ ເມື່ອວັນທີ 27 ກັນຍາຜ່ານມາ ຕາມເວລາທ້ອງຖິ່ນ ເພີ່ມຂຶ້ນສູງສຸດໃນຮອບກວ່າ 1 ປີ ໂດຍນ້ຳມັນດິບ WTI ເພີ່ມຂຶ້ນ 3,6% ຢູ່ທີ່ 93,68% ສະຫະລັດຕໍ່ບາເຣວ, ສ່ວນລາຄານ້ຳມັນດິບເບຣນທະເລເໜືອປັບຂຶ້ນ 2,8% ຢູ່ທີ່ 96,55 ໂດລາຕໍ່ບາເຣວ, ຂະນະທີ່ຜູ້ຄ້ານ້ຳມັນຫວັ່ນໃຈວ່າ ອາດຈະເພີ່ມຂຶ້ນເຖິງ 100 ໂດລາຕໍ່ບາເຣວ.

ການເພີ່ມຂຶ້ນຂອງລາຄານ້ຳມັນເກີດຂຶ້ນ ຫຼັງຈາກທີ່ສະຕັອກນ້ຳມັນດິບຂອງສະຫະລັດຫຼຸດລົງຢ່າງໜ້າປະຫຼາດໃຈ. ຂະນະທີ່ລາຄານ້ຳມັນມີທ່າອ່ຽງປັບຂຶ້ນ ຫຼັງຈາກທີ່ ຣັດເຊຍ ແລະ ຊາອຸດິດ ອາຣັບບີ ສອງປະເທດຜູ້ຜະລິດນ້ຳມັນດິບລາຍໃຫຍ່ຂອງໂລກ ໄດ້ປັບຫຼຸດກຳລັງການຜະລິດລົງ.