ເຊກອງໄດ້ທຶນ 4 ລ້ານກວ່າໂດລາ ຈະນຳໃຊ້ສະເພາະສົ່ງເສີມການປູກ-ການລ້ຽງ

93

ເຊກອງເປັນໜຶ່ງໃນ 4 ແຂວງພາກໃຕ້ທີ່ປະຊາຊົນບັນດາເປົ່າຍັງທຸກຍາກຢູ່ ແລະພັກ-ລັດກໍ່ຫາທຸກຊ່ອງທາງເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍສະເພາະແມ່ນການນຳໃຊ້ທ່າແຮງທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດນັ້ນກໍ່ຄືຂະແໜງກະສິກຳ ທີ່ຄົນສ່ວນໃຫຍ່ມີພື້ນຖານຢູ່ແລ້ວ.

No photo description available.

ເພື່ອສົ່ງເສີມການພັດທະນາຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງ ປີນີ້ແຂວງເຊກອງ ແມ່ນໄດ້ຮັບທຶນຈາກໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາ ທີ່ສັງກັດລັດຖະບານ ຫຼື ODA ມີ ຈໍານວນ 5 ໂຄງການ ເພື່ອສຸມໃສ່ສົ່ງເສີມການປູກ, ການລ້ຽງ, ພື້ນຖານໂຄງລ່າງກະສິກໍາ ແລະການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຕິດພັນກັບໂພຊະນາການ ແລະການສ້າງລາຍຮັບແກ່ຄອບຄົວຂອງປະຊາຊົນບັນດາເຜົ່າ ໂດຍໃນແຜນ ປີ 2023 ມີທຶນຈຳນວນ 4.239.000 ໂດລາ, ໃນນີ້, ທຶນຕ່າງປະເທດ 4.206.000 ໂດລາ.

No photo description available.
ທ່ານ ບຸນສົ່ງ ລຳມະຍົດ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ລາຍງານຕໍ່ກອງປະຊຸມ ສະຫຼຸບການຈັດຕັ້ງ ປະຕິບັດໂຄງການຊ່ວຍເຫຼືອ ເພື່ອການພັດທະນາກະສິກຳ ແລະ ພັດທະນາຊົນນະບົດ ໃນວັນທີ 21 ກັນຍາ 2023 ໃຫ້ຮູ້ ວ່າ: ໃນຈຳນວນ 5 ໂຄງການທີ່ໄດ້ຈັດຕັ້ງປະຕິບັດມີ: ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ເດືອນ ກໍລະກົດ 2018 ໄດ້ຈັດຕັ້ງປະຕິບັດຢູ່ເມືອງທ່າແຕງ ແລະເມືອງດາກຈຶງ.

No photo description available.

ເຊິ່ງໃນ 9 ເດືອນປີ 2023 ປະຕິບັດໄດ້ແລ້ວ 50 ພັນກວ່າໂດລາ; ໂຄງການຫຼຸດຜ່ອນການທໍາລາຍປ່າໄມ້ ແລະ ສູນເສຍເນື້ອທີ່ປ່າໄມ້ຕາມແລວຊາຍແດນ ລະຫວ່າງ ພາກໃຕ້ ຂອງ ສປປ ລາວ ແລະ ພາກກາງ ຂອງ ສສ ຫວຽດນາມ ໄດ້ເລີ່ມຈັດຕັ້ງປະຕິບັດໃນທ້າຍປີ 2019, ໃນ 9 ເດືອນປີ 2023 ປະຕິບັດໄດ້ແລ້ວ 308.859 ກວ່າໂດລາ, ໂຄງການຊົນລະປະທານຝົນຝອຍໄລຍະ3, 9 ເດືອນປີ 2023 ປະຕິບັດໄດ້ 1.605.109 ກວ່າໂດລາ, ໂຄງການພັດທະນາຊົນນະບົດແບບປະສົມປະສານ 3 ແຂວງພາກໄຕ້ ໄດ້ຈັດຕັ້ງປະຕິບັດແຕ່ປີ 2021, ປະຕິບັດໄດ້ແລ້ວ 229.195 ກວ່າໂດລາ, ໂຄງການກະສິກຳເພື່ອໂພຊະນາການ ໄລຍະ2, ເລີ່ມຈັດຕັ້ງປະຕິບັດ ເດືອນກໍລະກົດ 2023, ໃນມູນຄ່າລວມໂຄງການ ລວມ 41,61 ລ້ານໂດລາ ເຊິ່ງໂຄງການດັ່ງກ່າວແມ່ນພວມກຳລັງຈັດຕັ້ງປະຕິບັດ.

No photo description available.
ທ່ານ ບຸນສົ່ງ ລຳມະຍົດ ໃຫ້ຮູ້ຕ່ືມວ່າ: ໃນ 5 ໂຄງການ, ມີ 3 ໂຄງການຄື: ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດ ຕໍ່ສີ່ງແວດລ້ອມ; ໂຄງການຫຼຸດຜ່ອນການທຳລາຍປ່າໄມ້ ແລະ ສູນເສຍເນື້ອທີ່ປ່າໄມ້ ຕາມແລວຊາຍແດນ ລະຫວ່າງ ພາກ ໄຕ້ ຂອງ ສປປ ລາວ ແລະ ພາກກາງ ຂອງ ສສ ຫວຽດນາມ ແລະ ໂຄງການພັດທະນາຊົນນະບົດແບບປະສົມປະສານ 3 ແຂວງພາກໄຕ້ ຈະຊິ້ນສຸດໂຄງການ ໃນປີ 2025 ແລະ ມີ 1 ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 ຈະຊິ້ນ ສຸດ ໃນປີ 2030.