ວິທີເຮັດແຈ່ວເຫັດເຟືອງ ອາຫານທີ່ກິນແບບແຊບໆ

44

ແຈ່ວເປັນອາຫານພື້ນເມືອງລາວ ທີ່ຕິດພັນກັບຄົນລາວເຮົາ ເຊິ່ງຄົນແຕ່ກ່ອນທຸກພາເຂົ້າຕ້ອງມີແຈ່ວຈໍ້າ ສົມກັບຄຳວ່າ: “ ເຂົ້າໜຽວ ຈໍ້າແຈ່ວ ” ເຊິ່ງແຈ່ວມີຫຼາຍແບບຫຼາຍຊະນິດ ແມ່ນຂຶ້ນກັບແຕ່ລະທ້ອງຖິ່ນທີ່ເຮັດກິນ ແລະ ລຶ້ງເຄີຍ. ແຕ່ມື້ນີ້ເຮົາຈະນຳເອົາວິທີເຮັດແຈ່ວເຫັດເຟືອງມານຳສະເໜີ ເຖິງຈະເຮັດຍາກແດ່ໜ້ອຍໜຶ່ງ ແຕ່ກໍໄດ້ກິນແບບສະໃຈ.

▶ ວັດຖຸດິບປະກອບມີ: ເຫັດເຟືອງທີ່ລ້າງສະອາດບໍ່ໃຫ້ຫັດດິນ ແລ້ວນຳໄປເອົາໄມ້ສຽບເປັນຮວດຍາວໆຕາມຄວາມເໝາະສົມກັບແຕະປີ້ງ, ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ, ຫອມປ້ອມ, ຫອມບົ່ວ, ນໍ້າປາ ຫຼື ປາແດກ ຈະຕົ້ມສຸກ ຫຼື ດິບກໍໄດ້ແລ້ວແຕ່ຄວາມມັກ, ເກືອ, ແປ້ງນົວ, ໝາກເຂືອ ( ຈະເປັນໝາກເຂືອຍາວ ຫຼື ໝາກເຂືອປ້ອມກໍໄດ້ ) ລ້າງປະເພດຜັກໃຫ້ສະອາດ ( ປະເພດຫອມກໍຊອຍໄວ້ ).

▶ ຂັ້ນຕອນການເຮັດ: ດັງໄຟໃຫ້ຖ່ານຕິດແລ້ວ ( ຢ່າໃສ່ຖ່ານຫຼາຍ ເພາະໄຟຈະແຮງ ອາດຈະເຮັດໃຫ້ໄໝ້ໄດ້) ຈາກນັ້ນ, ກໍນຳແຕະປີ້ງໄປວາງໃສ່ແລ້ວນຳເຫັດທີ່ກຽມໄວ້ໄປວາງປີ້ງ ຂະນະທີ່ປີ້ງຕ້ອງລະວັງບໍ່ໃຫ້ໄໝ້ ເມື່ອສຸກໝົດແລ້ວກໍສືບຕໍ່ຈີ່ໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມ ແລະ ໝາກເຂືອໃຫ້ສຸກ ແລະ ປອກເປືອກທຸກຢ່າງໃຫ້ຮຽບຮ້ອຍ.
▶ ຂັ້ນຕອນຕຳ: ນຳຄົກ ກັບສາກມາເອົາເກືອ, ແປ້ງນົວ ລົງໄປ, ຕາມດ້ວຍໝາກເຜັດ ແລະ ຫົວຫອມຈີ່ທີ່ກຽມໄວ້ລົງໄປຕຳໃຫ້ລະອຽດ, ຈາກນັ້ນກໍຕື່ມໝາກເຂືອລົງໄປຕຳໃຫ້ລະອຽດ, ຈາກນັ້ນກໍເອົາເຫັດເຟືອງຕາມລົງໄປ ຕຳໃຫ້ລະອຽດເຂົ້າກັນດີແລ້ວ ( ຖ້າກິນປາແດກກໍຕື່ມລົງໄດ້ ) ຖ້າກິນນໍ້າປາກໍຕື່ມນໍ້າປາລົງໄປ ຊີມລົດຊາດຕາມໃຈມັກກະວ່າພໍດີແລ້ວໃຫ້ນຳຜັກຫອມທີ່ຊອຍກຽມໄວ້ລົງໄປຕຳຕາງຄົນໃຫ້ເຂົ້າກັນຖືວ່າເປັນອັນສຳເລັດ ສາມາດຕັກໃສ່ຖ້ວຍ ຫຼື ຈານ ພ້ອມເສີບຂຶ້ນພາເຂົ້າໄດ້.
[ ໂດຍ:ຄຳນ້ອຍ ]