ຟັງພ້ອມກັນ 19 ກັນຍານີ້! ຜົນງານເພງເປັນພາສາອັງກິດ ຂອງອາລິດສະເບດ ໂຟກາດ

25

ຖ້າເວົ້າເຖິງສາວນ້ອຍຫຼາກຫຼາຍຄວາມສາມາດ ແນ່ນອນວ່າຕ້ອງນຶກເຖິງສາວນ້ອຍຄົນນີ້ ລີດຊີ້ ແຊດ ( LizzyZ ) ຫຼື ອາລິດສະເບດ ໂຟກາດ Elizabeth Folkard ສິລະປິນນັກຮ້ອງ ແລະ ຍັງມີຜົນງານເດີນແບບຖ່າຍແບບຕ່າງໆມາໃຫ້ໄດ້ເຫັນຢ່າງເປັນປະຈໍາເລີຍ.

อาจเป็นรูปภาพของ 1 คน

ນ້ອງຄົນນີ້ແມ່ນເຈົ້າຂອງຜົນງານເພງ The Way That I Am ນັ້ນເອງ. ຫຼ້າສຸດນີ້ຕັ້ງຕາຖ້າກັນເລີຍ ເມື່ອຈະປ່ອຍຜົນງານເພງດັ່ງກ່າວໃນເວີຊັນພາສາອັງກິດ ມາໃຫ້ແຟນໆໄດ້ຊົມໄດ້ຟັງພ້ອມກັນໃນມື້ນີ້ ວັນທີ 19 ກັນຍາ 2023ນັ້ນເອງ.

อาจเป็นรูปภาพของ 1 คน

ນອກຈາກເປັນນັກຮ້ອງທີ່ມີນໍ້າສຽງອັນເປັນເອກະລັກ ແລະ ທັງເປັນນາງແບບສາວງາມໄວໃສ ໃນໄວອາຍຸພຽງ 15 ປີແລ້ວ ລີດຊີ້ແຊດ ກໍຍັງເປັນລູກຊອດ ລາວ – ອັງກິດ ເຊິ່ງປັດຈຸບັນສຶກສາຢູ່ຊັ້ນມັດທະຍົມປີທີ 5 ຢູ່ທີ່ໂຮງຮຽນປັນຍາທິບ ຈະໄດ້ປ່ອຍຜົນງານເພງອອກມາໃຫ້ໄດ້ຟັງກັນ. ໃນງານລາວແຟຊັນວີກ 2023 ທີ່ຜ່ານມານີ້, ນ້ອງລີດຊີ້ ແຊດ ກໍໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງເວທີດັ່ງກ່າວ ແລະ ຍັງໄດ້ເດີນແບບໃຫ້ກັບແບຣນ ຫ້ອງເສື້ອທີ່ມີຊື່ສຽງ Ambassador ໃຫ້ກັບຫ້ອງເສື້ອ ທະເວດ Thaveth ເຊິ່ງງານນີ້ແມ່ນໄດ້ເດີນຊຸດຟີນາເລ້ອີກດ້ວຍ ງົດງາມສະກົດທຸກສາຍຕາແບບສຸດໆກັນເລີຍ.

อาจเป็นรูปภาพของ 6 คน และ ข้อความ

ສໍາລັບນ້ອງຄົນນີ້ພາຍຫຼັງໄດ້ປ່ອຍຜົນງານເພງ The Way That I Am ທີ່ເປັນພາສາລາວອອກມາກໍແນ່ນອນວ່າໄດ້ຮັບກະແສດີຕອບຮັບເກີນຄາດ ສະນັ້ນຈຶ່ງຈະໄດ້ປ່ອຍຜົນງານເພງດັ່ງກ່າວມາໃນຮູບແບບພາສາອັງກິດ ມາໃຫ້ໄດ້ຟັງກັນ ແລະ ທີມຂ່າວບັນເທີງເອງ ຫຼັງຈາກທີ່ໄດ້ຕິດຕາມຜົນງານຂອງນ້ອງຜ່ານມາເຫັນວ່ານອກຈາກນ້ອງຈະມີຜົນງານໃນວົງການບັນເທີງແລ້ວ ຍັງເປັນໄວໜຸ່ມທີ່ໜ້ານໍາເອົາເປັນແບບຢ່າງສຸດໆ ເພາະສາວຄົນນີ້ເປັນຜູ້ທີ່ມີນໍ້າໃຈ ມັກໃນການຊ່ວຍເຫຼືອສັງຄົມຕະຫຼອດມາເລີຍ ເຊິ່ງໄດ້ສະແດງອອກທີ່ເມື່ອບໍ່ດົນມານີ້ ອາລິດສະເບດໄດ້ຮ່ວມຮັບໃບກຽດຕິຄຸນ ຢູ່ທີ່ສູນກາງຊາວໜຸ່ມໃນຖານະທີ່ໄດ້ໃຫ້ການຊ່ວຍເຫຼືອໃນໂຄງການສ້າງເພື່ອນ້ອງ ຄອນເສີດລະດົມທຶນໃນຄັ້ງທີ່ຜ່ານມານໍາອີກ.

อาจเป็นรูปภาพของ 13 คน

ທ້າຍນີ້, ທີມຂ່າວບັນເທີງຕ້ອງຂໍຝາກຕິດຕາມຜົນງານຂອງນ້ອງທີ່ຈະປ່ອຍບົດເພງໃໝ່ຫຼ້າສຸດນີ້ອອກມາໃຫ້ແຟນໆຕິດຕາມກັນແດ່ເດີ ເພື່ອເປັນການສະໜັບສະໜູນສິລະປິນໄວໜຸ່ມລາວຂອງພວກເຮົາ ເຊິ່ງທຸກຄົນສາມາດໄປຕິດຕາມໄດ້ຜ່ານທາງເຟສບຸ໊ກຂອງນ້ອງເລີຍທີ່ Lizzyz Lao ນັ້ນເອງ ພ້ອມກັນ 19 ກັນຍານີ້.