ລົດໄຟຄວາມໄວສູງຂອງອິນໂດເນເຊຍ ຈະເປີດນຳໃຊ້ໃນຕົ້ນເດືອນຕຸລານີ້

31

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອິນໂດເນເຊຍ ຈະເລີ່ມເປີດໃຫ້ບໍລິການລົດໄຟຄວາມໄວສູງສາຍທຳອິດຂອງປະເທດ ຈາກນະຄອນຫຼວງຈາກາຕາ – ບັນດຸງ ມີຄວາມຍາວປະມານ 150 ກິໂລແມັດ, ຫວັງແກ້ໄຂບັນຫາການສັນຈອນທີ່ຕິດຂັດຢ່າງຮຸນແຮງໃນສອງເມືອງດັ່ງກ່າວນີ້.

ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ກ່າວວ່າ: ພາຍຫຼັງທີ່ລົດໄຟສາຍນີ້ເປີດໃຊ້ບໍລິການແລ້ວ ປະຊາຊົນຊາວອິນໂດເນເຊຍ ໂດຍສະເພາະຊາວນະຄອນຫຼວງຈາກາຕາ ແລະ ເມືອງບັນດຸງ ຈະຫັນປ່ຽນຈາກການນຳໃຊ້ລົດສ່ວນຕົວ ມາໃຊ້ບໍລິການລົດໄຟສາຍນີ້ ແລ້ວບັນຫາລົດຕິດ, ມົນລະພິດທາງອາກາດ ຈະຄ່ອຍໆຫຼຸດລົງ ໂດຍຄວາມສູນເສຍທາງດ້ານເສດຖະກິດຈາກບັນຫາການສັນຈອນຕິດຂັດໃນນະຄອນຫຼວງຈາກາຕາ ແລະ ເມືອງບັນດຸງນັ້ນ ມີມູນຄ່າສູງກວ່າ 100 ລ້ານລ້ານຣູເປຍຕໍ່ປີ.

ລັດຖະບານອິນໂດເນເຊຍ ຄາດວ່າຈະເລີ່ມໃຫ້ບໍລິການລົດໄຟສາຍນີ້ ໃນຕົ້ນເດືອນຕຸລານີ້ ໂດຍເບື້ອງຕົ້ນຈະໃຫ້ບໍລິການ 8 ຖ້ຽວຕໍ່ວັນກ່ອນ ໂດຍໃຊ້ເວລາໃນການເດີນທາງພຽງແຕ່ 30 ນາທີເທົ່ານັ້ນ, ຈາກນັ້ນ ຈະເພີ່ມຂຶ້ນເປັນ 28 ຖ້ຽວ, 40 ຖ້ຽວ ແລະ 68 ຖ້ຽວຕໍ່ວັນ ໃນເດືອນພະຈິກ, ທັນວາ 2023 ແລະ ເດືອນມັງກອນ 2024 ຕາມລຳດັບ.

ທັງນີ້, ລົດໄຟຄວາມໄວສູງຂອງອິນໂດເນເຊຍ ຈະແລ່ນດ້ວຍຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງແຕ່ນະຄອນຫຼວງຈາກາຕາ – ບັນດຸງ ມີໄລຍະທາງ 150 ກິໂລແມັດ ຈະໃຊ້ເວລາ 30 ນາທີ ເມື່ອທຽບກັບການເດີນທາງດ້ວຍລົດໄຟທຳມະດາຈະໃຊ້ເວລາເຖິງ 3 ຊົ່ວໂມງ.