ການພັດທະນາບຸກຄະລາກອນ ເປັນສິ່ງສຳຄັນທີ່ອົງກອນບໍ່ຄວນເບິ່ງຂ້າມ

59

ການພັດທະນາພະນັກງານເປັນເລື່ອງທີ່ອົງກອນໃນປັດຈຸບັນໃຫ້ຄວາມສຳຄັນເປັນອັນດັບທຳອິດ ໃນການພັດທະນາຊັບພະຍາກອນບຸກຄົນ ຈະສັງເກດເຫັນວ່າ ທຸກອົງກອນຈະຕ້ອງມີການຈັດຝຶກອົບຮົມ ແລະ ພັດທະນາຄວາມຮູ້, ທັກສະ ໃຫ້ກັບພະນັກງານຂອງຕົນເອງ ໂດຍຫວັງວ່າ ພະນັກງານຈະໃຊ້ຄວາມຮູ້ ທັກສະ ທີ່ຮຽນມານັ້ນມາປ່ຽນແປງຕົນເອງ ແລະ ເຮັດໃຫ້ການເຮັດວຽກ ແລະ ຜົນງານປ່ຽນແປງໃນທາງທີ່ດີຂຶ້ນດ້ວຍເຊັ່ນກັນ.
ຄຳຖາມຄື: ອົງກອນຂອງເຮົາເຄີຍປະເມີນຜົນລັບຈາກການຝຶກອົບຮົມພະນັກງານໃນແຕ່ລະປີ ຫຼື ບໍ່ວ່າ ພະນັກງານຂອງເຮົານັ້ນ ມີການປ່ຽນແປງພຶດຕິກໍາ ແລະ ການເຮັດວຽກຫຼາຍໜ້ອຍພຽງໃດ.
ໃນແຕ່ລະປີແຕ່ລະບໍລິສັດ ຈະມີການລົງທຶນສຳລັບການພັດທະນາພະນັກງານ ມີການກຳນົດງົບປະມານສຳລັບການພັດທະນາພະນັກງານໄວ້ ເຊິ່ງງົບປະມານໃນສ່ວນນີ້ ຖືເປັນງົບປະມານຈຳນວນຫຼາຍ ຖ້າເອົາງົບປະມານການຝຶກອົບຮົມຂອງທຸກອົງກອນມາລວມກັນ ກໍມີມູນຄ່າບໍ່ໜ້ອຍ ແຕ່ເຊື່ອ ຫຼື ບໍ່ວ່າ ງົບປະມານການພັດທະນາພະນັກງານທີ່ລົງໄປນັ້ນ 90% ບໍ່ສາມາດທີ່ຈະເຮັດໃຫ້ພະນັກງານມີຜົນງານທີ່ດີຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງບໍ່ສາມາດເຮັດໃຫ້ພະນັກງານປ່ຽນແປງພຶດຕິກໍາໄປໃນທາງທີ່ອົງກອນຕ້ອງການໄດ້. ສາເຫດທີ່ເຮັດໃຫ້ເກີດຜົນເຊັ່ນນັ້ນ ຄື:

• ສົ່ງຝຶກອົບຮົມໄປຕາມໂປຣ ແກຣມ: ປະເດັນທຳອິດທີ່ເຮັດໃຫ້ການອົບຮົມບໍ່ໄດ້ຜົນຄືສົ່ງພະນັກງານໄປຝຶກອົບຮົມຕາມໂປຣແກມທີ່ກຳນົດໄວ້ ໂດຍທີ່ບໍ່ມີການວິເຄາະພະນັກງານຄົນນັ້ນວ່າ ຄວາມຈິງແລ້ວ ມີຄວາມຈຳເປັນທີ່ຈະຕ້ອງອົບຮົມໃນເລື່ອງນັ້ນໆ ຫຼື ບໍ່.
• ອັດຈຳນວນຄົນໃຫ້ກຸ້ມຄ່າເງິນ: ເວລາທີ່ມີການຈັດຝຶກອົບຮົມ ບໍລິສັດຈ້າງວິທະຍາກອນພາຍນອກມາບັນຍາຍ ກໍເລີຍເກນພະນັກງານທີ່ທັງກ່ຽວ ແລະ ບໍ່ກ່ຽວ ໃຫ້ມາເຂົ້າຟັງອົບຮົມກັນໃຫ້ຫຼາຍທີ່ສຸດ ເພື່ອໃຫ້ຄ່າອົບຮົມຕໍ່ຫົວອອກມາແລ້ວຕ່ຳທີ່ສຸດ ເຊິ່ງເໝືອນກຸ້ມຄ່າ ແຕ່ລອງພິຈາລະນາເຖິງສິ່ງທີ່ໄດ້ມາ ກັບສິ່ງທີ່ເສຍໄປ ຄື: ພະນັກງານທີ່ບໍ່ກ່ຽວຂ້ອງແທນທີ່ຈະໄດ້ເຮັດວຽກໃນວັນນັ້ນ ກັບຕ້ອງມານັ່ງຟັງສິ່ງທີ່ບໍ່ກ່ຽວກັບຕົນເອງແລ້ວ ຜົນງານທີ່ຄວນຈະໄດ້ກໍບໍ່ໄດ້.

• ອົບຮົມແຕ່ພະນັກງານທີ່ມີຜົນງານບໍ່ດີ: ສ່ວນໃຫຍ່ພະນັກງານທີ່ມີຜົນງານທີ່ບໍ່ຄ່ອຍດີ ກໍມັກຈະໄດ້ຮັບການວາງແຜນການພັດທະນາໃນເລື່ອງຕ່າງໆ ເຊິ່ງຄວາມຈິງກໍບໍ່ຜິດຫຍັງ ພຽງແຕ່ເຮົາໃຊ້ວິທີການອົບຮົມພຽງຢ່າງດຽວໃນການພັດທະນາພະນັກງານທີ່ມີຜົນງານບໍ່ດີນັ້ນ ມັນພຽງພໍ ຫຼື ບໍ? ຍິ່ງໄປກວ່ານັ້ນ ພະນັກງານທີ່ມີຜົນງານທີ່ບໍ່ຄ່ອຍດີນັ້ນ ບາງຄົນມາຈາກການຂາດແຮງຈູງໃຈໃນການເຮັດວຽກ ບໍ່ແມ່ນເກີດຈາກຂາດຄວາມຮູ້ ແລະ ທັກສະ ບາງຄົນເຮັດວຽກມາດົນ ເກັ່ງຫຼາຍ ຮຽນມາໝົດແລ້ວ ແຕ່ບໍ່ຍອມສ້າງຜົນງານ ແຕ່ເຮົາກໍດຶງດັນວ່າຈະຕ້ອງແກ້ໄຂ ໂດຍການສົ່ງພະນັກງານຄົນນັ້ນໄປອົບຮົມເລື່ອງນັ້ນເລື່ອງນີ້ ເພື່ອໃຫ້ຜົນງານອອກມາດີຂຶ້ນກວ່າເກົ່າ ຖ້າເປັນແບບນີ້ ອົບຮົມຫຼາຍປານໃດກໍບໍ່ມີທາງທີ່ຈະພັດທະນາພະນັກງານຄົນນີ້ໃຫ້ດີຂຶ້ນໄດ້ ເພາະເຮົາກຳລັງແກ້ບັນຫາຜິດຈຸດນັ້ນເອງ.
• ເອົາແຕ່ອົບຮົມ ແຕ່ບໍ່ມີການວາງແຜນພັດທະນາຕໍ່ເນື່ອງ: ການຝຶກອົບຮົມເປັນສິ່ງທີ່ດີ ຖ້າບໍ່ດັ່ງນັ້ນ ຄົງບໍ່ມີໃຜສົນໃຈທີ່ຈະອົບຮົມ ພຽງແຕ່ອົບຮົມມາແລ້ວ ຖ້າຢາກຈະໃຫ້ການອົບຮົມນັ້ນໄດ້ຜົນແທ້ໆ ໃນການປ່ຽນແປງພຶດຕິກໍາຂອງພະນັກງານ ແລະ ເຮັດໃຫ້ຜົນງານຂອງພະນັກງານດີຂຶ້ນ ສິ່ງທີ່ອົງກອນຈະຕ້ອງເຮັດຕໍ່ ຄື: ການວາງແຜນພັດທະນາຢ່າງຕໍ່ເນື່ອງ ໂດຍໃຫ້ຜູ້ຈັດການຂອງພະນັກງານຄົນນັ້ນເຂົ້າມາມີສ່ວນໃນການວາງແຜນການພັດທະນາພະນັກງານໃນເລື່ອງນັ້ນໆຕໍ່ໄປ ບໍ່ວ່າຈະເປັນການມອບໝາຍງານໃໝ່ ການໃຫ້ງານໂຄງການໃໝ່ໆທີ່ມີໂອກາດໄດ້ໃຊ້ຄວາມຮູ້ທີ່ອົບຮົມມາ.