ແອັບເປິນ ສະເທືອນ ຫຼັງຈີນປະກາດໜ່ວຍງານ – ວິສາຫະກິດຂອງລັດ ຫ້າມໃຊ້ໄອໂຟນ

43

ເວັບໄຊສຳນັກຂ່າວ Cnn.com ລາຍງານວ່າ: ຫຸ້ນຂອງບໍລິສັດແອັບເປິນ ( Apple ) ຫຼຸດລົງ 2,9% ໃນວັນທີ 7 ກັນຍາຜ່ານມາ ຫຼັງຈາກມີລາຍງານວ່າ ຈີນ ວາງແຜນທີ່ຈະຂະຫຍາຍການຫ້າມໃຊ້ ໄອໂຟນ ( Iphone ) ໃນໜ່ວຍງານ ແລະ ບໍລິສັດທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ.

ລາຍງານລະບຸວ່າ: ຫຸ້ນຂອງແອັບເປິນ ຫຼຸດລົງລາຍວັນ ຫຼາຍທີ່ສຸດໃນຮອບກວ່າ 1 ເດືອນ ເຊິ່ງໃນວັນທີ 5 ກັນຍາຜ່ານມາ ບໍລິສັດຂາດທຶນປະມານ 2 ແສນລ້ານໂດລາ ພາຍໃນ 2 ວັນ ແລະ ປັດຈຸບັນຫຸ້ນຂອງ ບໍລິສັດ ມີຜົນງານທີ່ບໍ່ດີຢ່າງຮ້າຍແຮງທີ່ສຸດໃນດັດຊະນີສະເລ່ຍ ອຸດສາຫະກຳໃນດາວໂຈນ ( Dow Jones ) ເຊິ່ງການທີ່ ຈີນ ຫ້າມໃຊ້ອາດເປັນສັນຍານທີ່ເປັນລາງຮ້າຍສຳລັບ ແອັບເປິນ.

ຈີນ ເປັນຕະຫຼາດຕ່າງປະເທດທີ່ໃຫຍ່ທີ່ສຸດສຳລັບຜະລິດຕະພັນຂອງບໍລິສັດ ແລະ ຍອດຂາຍໃນຈີນ ຄິດເປັນປະມານ 1 ໃນ 5 ຂອງລາຍໄດ້ທັງໝົດຂອງບໍລິສັດໃນປີຜ່ານມາ. ເຖິງບໍລິສັດ ຈະບໍ່ເປີດເຜີຍຍອດຂາຍໄອໂຟນ ແຕ່ກໍມີນັກວິເຄາະຈາກບໍລິສັດວິໄຈ TechInsights ປະເມີນວ່າຍອດຂາຍໄອໂຟນໃນຈີນ ຫຼາຍກວ່າໃນສະຫະລັດອາເມຣິກາ ໃນໄຕມາດກ່ອນ ແລະ ແອັບເປິນ ກໍຍັງຜະລິດໄອໂຟນໃນໂຮງງານຈີນ ເປັນສ່ວນໃຫຍ່ ອີກດ້ວຍ.

ສ່ວນສຳນັກຂ່າວ Wall Street Journal ລາຍງານວ່າ: ຈີນ ໄດ້ສັ່ງຫ້າມໃຊ້ໄອໂຟນ ສຳລັບເຈົ້າໜ້າທີ່ຂອງລັດຖະບານ. ພ້ອມກັນນີ້, ສຳນັກຂ່າວ Bloomberg ກໍລາຍງານວ່າ: ຄໍາສັ່ງຫ້າມດັ່ງກ່າວໄດ້ຂະຫຍາຍໄປຍັງບໍລິສັດທີ່ໄດ້ຮັບການສະໜັບສະໜູນຂອງລັດ ລວມເຖິງ PetroChina ທີ່ເປັນບໍລິສັດຍັກໃຫຍ່ຂອງຈີນ ເຊິ່ງຈ້າງຄົນງານຫຼາຍລ້ານຄົນ ແລະ ຄວບຄຸມເສດຖະກິດຈີນ ເປັນວົງກວ້າງ.