ສຸດວ້າວ ງານເປີດໂຕ MV ເພງ ຜິດຜີ ຂອງສາວຖິ່ນລຳພອນ

58

ເປີດສາກມາກໍອະລັງການກັນແລ້ວ ສໍາລັບການເປີດໂຕເພງໃໝ່ຂອງສາວດອກຫຍ້າ ຖິ່ນລໍາພອນ ນັກຮ້ອງຊື່ດັງນໍ້າສຽງເປັນເອກະລັກ ທີ່ມີຜົນງານມາແລ້ວຢ່າງຫຼາກຫຼາຍ ແລະ ໃນວັນທີ 6 ກັນຍາທີ່ຜ່ານມາ ກໍໄດ້ມີການເປີດຕົວເພງໃໝ່ “ ຜິດຜີ ” ແລະ ກໍໄດ້ປ່ອຍໃຫ້ຟັງກັນແລ້ວໃນວັນທີ 9 ກັນຍານີ້ ເອີ້ນໄດ້ວ່າຟັງແລ້ວຂົນລຸກກັນເລີຍ ບໍ່ວ່າຈະເປັນເນື້ອຮ້ອງທຳນອງ, ໂລເຄຊັນການຖ່າຍທຳ ລວມໄປເຖິງຕົວນັກສະແດງທີ່ສະແດງຖ່າຍທອດອອກມາໄດ້ສົມບົດບາດສຸດໆໄປເລີຍ.

ງານນີ້ຍິ່ງໄດ້ທີມໂປຣດັກຊັນລະດັບແຖວຫນ້າຂອງປະເທດ ລາວນິວເວັບໂປຣດັກຊັນ, ກອດຈິເຮົ້າ ແລະ ມິດຕະພາບ ມາຮ່ວມຖ່າຍທອດຜົນງານ ລວມໄປເຖິງເສື້ອຜ້າເຄື່ອງບູຮານຈາກຮ້ານປັນມູນຜ້າໄໝ, ທີມແຕ່ງໜ້າແພັດຕີ້ເສີມສວຍ ຍິ່ງເຮັດໃຫ້ບົດເພງນີ້ມີມົນຂັງຂຶ້ນໄປອີກ ເຮັດໃຫ້ເນື້ອຫາມີໃຫ້ໄດ້ລຸ້ນທຸກວິນາທີ, ບອກເລີຍວ່າທັງເນື້ອເພງ ແລະ MV ຈະເຮັດໃຫ້ຫຼາຍໆຄົນຕ້ອງຮ້ອງວ້າວກັນເລີຍກັບສີມືຂອງຄົນລາວເຮົາເອງ.

ພາຍໃນງານເປີດໂຕ MV ເພງ ຜິດຜີ ສາວຖິ່ນລຳພອນ ຍັງມີຫຼາກຫຼາຍນັກສະແດງ, ສິລະປິນເຂົ້າຮ່ວມບໍ່ວ່າຈະເປັນ ໂອລ່າ ແບລັກອາຍ, ອາເລັກ Log, ໂສພະນາ ແສງທອງ ແລະ ອີກຫຼາຍທ່ານເຂົ້າຮ່ວມ ບອກເລີຍເພງນີ້ແໜ້ນໄປດ້ວຍສິລະປິນທີ່ມີຄຸນນະພາບ ແລະ ມີຜົນງານມາແລ້ວນັບບໍ່ຖ້ວນມາຮວມຕົວກັນ, ສະນັ້ນປັງແນ່ນອນງານນີ້.

ຜົນງານເພງ ຜິດຜີ ເປັນເພງອົກຫັກສື່ເຖິງຄວາມຮັກທີ່ເຈັບແຄ້ນ ຜິດຫວັງຈາກຄົນຮັກ ທີ່ຮັກກັບເຮົາກ່ອນ ແລ້ວນອກໃຈໄປມີຄົນອື່ນ ຜິດຄໍາສັນຍາ. ພ້ອມນີ້, ທີ່ເດັດສຸດໆກໍຄືເອັມວີເພງທີ່ສະແດງໄດ້ດີສຸດໆ ເຫັນແລ້ວຕ້ອງຂົນລຸກ ຈະມ່ວນ, ເຈັບ, ຫຼອນຊໍ່າໃດຕ້ອງເຂົ້າໄປຟັງກັນແລ້ວ ແລະ ຊົມເຕັມໆໄດ້ເລີຍ ສາມາດໄປຟັງ ແລະ ຕິດຕາມຊົມໄດ້ເລີຍທີ່ເຟສບຸ໊ກ Thinlamphone Mahavong ນັ້ນເອງ.