ເສດຖະກິດຂອງຍີ່ປຸ່ນ ໃນໄຕມາດ 2 ຂະຫຍາຍຕົວ 4,8% ຕ່ຳກວ່າທີ່ຄາດການໄວ້

57

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານຄະນະລັດຖະມົນຕີຍີ່ປຸ່ນ ເປີດເຜີຍເມື່ອວັນທີ 8 ກັນຍາ 2023 ວ່າ ລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງຍີ່ປຸ່ນ ໃນໄຕມາດ 2 ຂອງປີ 2023 ຂະຫຍາຍຕົວ 4,8% ເມື່ອທຽບໃສ່ໄຕມາດດຽວກັນຂອງປີຜ່ານມາ, ຕ່ຳ ກວ່າຕົວເລກທີ່ຄາດການໄວ້ໃນເບື້ອງຕົ້ນ ເຊິ່ງຄາດວ່າຈະຂະຫຍາຍຕົວ 6,0% ແລະ ເມື່ອທຽບໃສ່ເປັນໄຕມາດ ຫຼື ໄຕມາດທຳອິດຂອງປີນີ້ ເຫັນວ່າຂະຫຍາຍຕົວພຽງ 1,2% ຕ່ຳກວ່າທີ່ຄາດການໄວ້.

ການທີ່ເສດຖະກິດຂອງຍີ່ປຸ່ນຂະຫຍາຍຕົວຊ້າລົງ ຍ້ອນການໃຊ້ຈ່າຍ ຫຼື ການລົງທຶນຂອງພາກເອກະຊົນຫຼຸດລົງ ເຊິ່ງສະແດງໃຫ້ເຫັນວ່າຄວາມບໍ່ແນ່ນອນທີ່ເກີດຂຶ້ນໃນປະເທດຕ່າງໆທົ່ວໂລກ ກຳລັງສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຂອງພາກທຸລະກິດ.

ທັງນີ້, ການໃຊ້ຈ່າຍດ້ານການລົງທຶນຂອງຍີ່ປຸ່ນ ຫຼຸດລົງ 1% ໃນໄຕມາດ 2 ຂອງປີ 2023 ແລະ ເປັນໄປຕາມທີ່ຕະຫຼາດຄາດການໄວ້. ສ່ວນການອຸປະໂພກ – ບໍລິໂພກຂອງພາກເອກະຊົນ ເຊິ່ງຄິດເປັນສັດສ່ວນຫຼາຍກວ່າເຄິ່ງໜຶ່ງຂອງລະບົບເສດຖະກິດຍີ່ປຸ່ນນັ້ນ ຫຼຸດລົງ 0,6% ຫຼຸດລົງຫຼາຍກວ່າທີ່ຄາດການໄວ້ ເຊິ່ງຄາດວ່າຈະຫຼຸດລົງ 0,5%.