ນິດໄສຂອງຫົວໜ້າ ຄືວັດທະນະທຳຂອງອົງກອນ

28

ໃນບໍລິສັດ ຫຼື ອົງກອນ ສິ່ງທີ່ຈະເຮັດໃຫ້ບໍລິສັດເຕີບໃຫຍ່ຢ່າງວ່ອງໄວນັ້ນ ປັດໄຈຫຼັກໆຄື “ບຸກຄະລາກອນ” ຫຼື ຄົນ ຂອງບໍລິສັດ ແຕ່ຄົນທີ່ເວົ້ານີ້ແມ່ນ ຜູ້ບໍລິຫານລະດັບສູງ ຂອງບໍລິສັດທີ່ສາມາດ ກຳນົດນະໂຍບາຍ ບໍ່ແມ່ນພະນັກງານທົ່ວໄປ, ເຊິ່ງພະນັກງານລະດັບບໍລິຫານນີ້ ລະດັບ ປະທານ ຫຼື CEO ຕ້ອງເປັນຜູ້ໄປຫາ ບໍ່ແມ່ນໃຫ້ພະແນກບຸກຄະລາກອນຊອກຫາ, ເພາະຈະໃຊ້ວິທີປະກາດສະໝັກວຽກ ເຈົ້າຈະບໍ່ໄດ້ດອກຄົນທີ່ເກັ່ງທີ່ສຸດ ເພາະຄົນທີ່ເກັ່ງໆເຂົາບໍ່ຊອກຫາວຽກເອງດອກ ຄົນເຫຼົ່ານີ້ວຽກແລ່ນຫາເຂົາເອງ. ສະນັ້ນ, ມັນກໍເລີຍເປັນໜ້າທີ່ຂອງ CEO ທີ່ຈະຕ້ອງສຳພາດ ແລະ ຄົ້ນຫາມາໃຫ້ໄດ້
ໃນຕ່າງປະເທດ ເຂົາມີບໍລິສັດທີ່ເອີ້ນວ່າ “Head Hunter” ຄືການລ່າຫົວຄົນເກັ່ງໆມາເຮັດວຽກນຳ ໃຫ້ກັບບໍລິສັດໃຫຍ່ ຄ່າບໍລິການສຸດແພງ ແຕ່ຫຼາຍບໍລິສັດກໍຍອມໃຊ້ບໍລິການນີ້ ເພາະໄດ້ຄົນເກັ່ງມາເຮັດວຽກນຳ ສ້າງກຳໄລໃຫ້ບໍລິສັດເພີ່ມ ສຸດທ້າຍບໍລິສັດກໍໄດ້ເງິນຄືນ.

ແຕ່ຫຼາຍຄັ້ງ ທີ່ດຶງຄົນເກັ່ງເຂົ້າມາເຮັດວຽກໄດ້ ແຕ່ກໍຢູ່ບໍ່ໄດ້ດົນ ເຊິ່ງເລື່ອງແບບນີ້ໃນປະເທດລາວ ສິ່ງທີ່ເກີດຂຶ້ນເມື່ອພະນັກງານອອກ ຫົວໜ້້າກໍມັກຈະລົງໂທດຄົນອື່ນຢ່າງດຽວ ແຕ່ໃນຄວາມຈິງ ສາເຫດຫຼັກໆ ທີ່ພະນັກງານເກັ່ງໆ ທີ່ເງິນເດືອນສູງໆຢູ່ແລ້ວ ຜັດອອກວຽກນັ້ນ ມັນບໍ່ເກີນ 2 ເລື່ອງຄື “ວັດທະນະທຳອົງກອນ” ແລະ “ນິໄສຂອງປະທານບໍລິສັດ” ເອງ.
ເລື່ອງທຳອິດ ວັດທະນະທຳອົງກອນ ຫຼື Company Culture ນັ້ນສຳຄັນທີ່ສຸດ ມັນເຮັດໃຫ້ຄົນ ເກັ່ງຢາກເຮັດວຽກນຳ ຫຼືຢາກອອກວຽກ ເພາະຄົນເກັ່ງເຂົາກໍຢາກເຮັດນຳຄົນເກັ່ງ ວັດທະນະທຳອົງກອນ ມັນຈະສະແດງອອກຕາມພາບລັກຂອງອົງກອນ ຖ້າວັດທະນະທຳອົງກອນເຈົ້າມັນຫຼ້າຊ້າ, ເຮັດວຽກຊ້າ, ຂີ້ຄ້ານ ສຸດທ້າຍຜົນງານ ແລະ ພາບລັກອົງກອນມັນຫາກບົ່ງບອກ, ຫຼາຍຄົນອາດຈະຢາກຖາມວ່າແລ້ວ “ວັດທະນະທຳ” ທີ່ເວົ້າມານີ້ມັນເກີດມາຈາກຫຍັງ? ນັກວິເຄາະບອກວ່າ ມັນເລີ່ມຈາກໂຕຜູ້ນຳໃນອົງກອນນັ້ນ ໂດຍສະເພາະລະດັບສູງຂອງອົງກອນ ເຈົ້າລອງສັງເກດ ຖ້ານິໄສ ຜູ້ນຳອົງກອນເປັນແບບໃດ ອົງກອນມັນຫາກອອກມາເປັນຄ້າຍໆແນວນັ້ນ ຖ້າຄິດບໍ່ອອກລອງນຶກເຖິງ ຜູ້ບໍລິຫານຂອງບໍລິສັດ Apple ແລະ ຜູ້ບໍລິຫານຂອງ Nokia ໃນຍຸກຮຸ່ງເຮືອງ ມາຮອດດຽວນີ້ເປັນແນວໃດ? ວັດທະນະທຳຂອງອົງກອນບໍ່ວ່າຈະນ້ອຍ ຫຼື ໃຫຍ່ ຈະເປັນໄປຕາມນິໄສຫົວໜ້າຂອງເຂົາ, ຜູ້ນຳທີ່ອ່ອນແອບໍ່ຮູ້ຈັກປ່ຽນແປງ, ຂີ້ຢ້ານ, ບໍ່ກ້າລຸຍວຽກ ພະນັກງານເຂົາກໍຈະເປັນແນວນັ້ນໝົດ ແບບທີ່ເຂົາມັກເວົ້າວ່າ “ຄົນແນວໃດຈະດຶງດູດແຕ່ຄົນແນວນັ້ນມາຢູ່ໃກ້ໆ”.

ຕ່າງຈາກຜູ້ນຳທີ່ກ້າຫານ, ກ້າປ່ຽນແປງ, ກ້າເສຍສະຫຼະ, ລຸຍວຽກຢ່າງດຽວ ພະນັກງານຂອງເຂົາຈະເປັນແບບນັ້ນຄືກັນ ແນ່ນອນສຸດທ້າຍມັນ ຈະສົ່ງຜົນຕໍ່ລາຍຮັບຂອງບໍລິສັດ, ຖ້າເຈົ້າເຂົ້າໄປຮ້ານອາຫານ ເຫັນໂຕະເປື້ອນ ບໍ່ສະອາດ ພະນັກງານເວົ້າບໍ່ມ່ວນ, ອາຫານກໍບໍ່ແຊບ ໃຫ້ຄິດໂລດວ່າ ມັນບໍ່ແມ່ນຍ້ອນພະນັກງານເຮັດອາຫານ ຫຼືພະນັກງານ ອະນາໄມດອກ ມັນຍ້ອນຫົວໜ້າໃຫຍ່ເຂົານັ້ນເອງຫັ້ນລະທີ່ບໍ່ຮູ້ຈັກບໍລິຫານ. ຖາມວ່າ ຖ້າທ່ານເປັນເຈົ້າຂອງບໍລິສັດທີ່ເກັ່ງ ແຕ່ຢາກໄດ້ຄົນເຮັດວຽກເກັ່ງມາຮ່ວມງານນຳ ເປັນໄປໄດ້ບໍ? ເປັນໄປໄດ້ແນ່ນອນ ແຕ່ທ່ານຕ້ອງຍອມປ່ຽນວັດທະນະທຳອົງກອນ ຂອງໂຕເອງຕາມເຂົາ ແລະ ປ່ອຍໃຫ້ເຂົາເຮັດວຽກຢ່າງເຕັມປະສິດທິພາບ ເມື່ອເຈົ້າໄດ້ຄົນເກັ່ງມາເຮັດວຽກນຳແລ້ວ ໂຕທ່ານເອງກໍຕ້ອງເບິ່ງແຕ່ເລື່ອງໃຫຍ່ໆ ຂອງບໍລິສັດກໍພໍແລ້ວ.
ບໍ່ໃຫ້ຄິດວ່າທ່ານເປັນຜູ້ກໍ່ຕັ້ງບໍລິສັດແລ້ວຕ້ອງເປັນຫົວໜ້າໄດ້ຄົນດຽວ ບໍລິສັດ Google ໃນຕອນທຳອິດຜູ້ກໍ່ຕັ້ງຄືທ່ານ Larry Page ກໍບໍ່ໄດ້ເປັນປະທານບໍລິສັດ ແຕ່ໃຫ້ທ່ານ Eric Schmidt ປະທານບໍລິສັດຈາກບໍລິສັດ Sun Microsystems ທີ່ມີປະສົບການຂະຫຍາຍບໍລິສັດ ໃຫ້ເປັນລະດັບໂລກເປັນສິບປີ ມາບໍລິຫານບໍລິສັດ Google ຕັ້ງແຕ່ປີ 2001 ຈົນປັດຈຸບັນ Google ກາຍເປັນຍັກໃຫຍ່ດ້ານໄອທີຂອງໂລກ
ບໍລິສັດ Facebook ຕອນທຳອິດທ່ານ Mark Zuckerberg ກໍບໍ່ໄດ້ເປັນປະທານ ແຕ່ໃຫ້ທ່ານ Sean Parker ທີ່ມີປະສົບການດ້ານບໍລິຫານ ບໍລິສັດກ່ຽວກັບເພງ ມາເປັນປະທານໃຫ້ ຈົນເມື່ອເຫັນວ່າ ໂຕເອງສາມາດບໍລິຫານໄດ້ ທ່ານ Mark Zuckerberg ຈຶ່ງຮັບຕຳແໜ່ງ CEO ເຊິ່ງໃນຕ່າງປະເທດເຂົາຈະແບ່ງຫຸ້ນ ໃຫ້ກັບນັກບໍລິຫານທີ່ຝີມືດີເຫຼົ່ານີ້ ເພື່ອຈູງໃຈໃຫ້ເຮັດວຽກໃຫ້ຜູ້ກໍ່ຕັ້ງ ແລ້ວເຈົ້າຂອງບໍລິສັດແທ້ໆກໍເອົາເວລາໄປເຮັດທຸລະກິດອື່ນ ເວລາຜ່ານໄປທຸລະກິດກໍເຕີບໃຫຍ່ຂຶ້ນ ຈຶ່ງເຮັດໃຫ້ນັກບໍລິຫານຝີມືດີເຫຼົ່ານີ້ ຄ່າໂຕສູງເປັນພິເສດ ເພາະຜູ້ນຳທີ່ເກັ່ງເຂົາຈະສ້າງວັດທະນະທຳອົງກອນທີ່ແຂງແຮງນັ້ນເອງ.
[ຮຽບຮຽງຈາກ: ປື້ມຄິດແບບນັກບໍລິຫານ ຂອງທ່ານ ເອກກະສິດ ສິລິຈັກ]