ແບນຊິກ ຂາຍພັນທະບັດ 22 ຕື້ເອີໂຣ ໝົດພາຍໃນ 1 ອາທິດ

26

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ໃນເວລາພຽງ 1 ອາທິດ, ລັດຖະບານແບນຊິກ ລະດົມເງິນ ຈໍານວນ 22 ຕື້ເອີໂຣ ຈາກຜູ້ຄົນຜ່ານພັນທະບັດລັດຖະບານທີ່ຂາຍໃຫ້ກັບປະຊາຊົນໂດຍກົງ.

ເມື່ອວັນທີ 5 ກັນຍາຜ່ານມາ, ລັດຖະບານແບນຊິກ ໄດ້ສະຫຼຸບການອອກພັນທະບັດພິເສດ ສຳລັບບຸກຄົນເທົ່ານັ້ນ ບໍ່ແມ່ນສຳລັບກອງທຶນ ຫຼື ການລົງທຶນ ໂດຍວັດຖຸປະສົງຂອງພັນທະບັດລັດຖະບານແບນຊິກ ຄືລະດົມເງິນອອມຈາກປະຊາຊົນໂດຍກົງ ເຊິ່ງມີອັດຕາດອກເບ້ຍທີ່ສູງພໍ ທີ່ຈະກະຕຸ້ນໃຫ້ທະນາຄານການຄ້າຂຶ້ນອັດຕາດອກເບ້ຍເງິນຝາກ. ຄວາມສຳເລັດຂອງການອອກພັນທະບັດກຳລັງເພີ່ມ ຄວາມໜ້າເຊື່ອຖືທາງເຄຣດິດຂອງລັດຖະບານແບນຊິກ ໃນຕະຫຼາດການເງິນ.

ພົນລະເມືອງແບນຊິກ ເຂົ້າລົງທະບຽນໂດຍກົງ ທາງເວັບໄຊຂອງກະຊວງການເງິນຂອງປະເທດ ເພື່ອຊື້ພັນທະບັດລັດຖະບານ ທີ່ບໍ່ໄດ້ລະບຸຈໍານວນມູນຄ່າຄົງທີ່ ໂດຍກຳນົດມູນຄ່າຢ່າງໜ້ອຍ 100 ເອີໂຣ ແລະ ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ໂດຍບໍ່ຕ້ອງຜ່ານຂະບວນການໃດໆ, ບໍລິສັດຫຼັກຊັບ ຫຼື ທະນາຄານໃດໆ ຈຶ່ງບໍ່ເສຍຄ່າທໍານຽມນາຍໜ້າ.

ພັນທະບັດອາຍຸ 1 ປີ ອັດຕາດອກເບ້ຍຄົງທີ່ 3,3% ສູງກວ່າອັດຕາດອກເບ້ຍເງິນຝາກທະນາຄານ ເຊິ່ງອອກແບບມາເພື່ອແຂ່ງຂັນແບບໂຕຕໍ່ໂຕກັບການຝາກ 1 ປີ ທີ່ທະນາຄານການຄ້າ. ແຕ່ປັດຈຸບັນ, ອັດຕາດອກເບ້ຍສູງກວ່າ 0 ພຽງເລັກໜ້ອຍ ລວມຈໍານວນເງິນຝາກໃນທະນາຄານສູງເຖິງ 300 ຕື້ເອີໂຣ.

ທະນາຄານການຄ້າແບນຊິກ ຖືກວິພາກວິຈານ ເນື່ອງຈາກໃນໄລຍະວິກິດໜີ້ ພວກເຂົາໄດ້ຮັບຄວາມຊ່ວຍເຫຼືອຈາກກອງທຶນສາທາລະນະ, ແຕ່ຂະນະນີ້ ໃຫ້ອັດຕາດອກເບ້ຍເງິນຝາກທີ່ຕົກຕໍ່າຫຼາຍ ໃນຂະນະທີ່ອັດຕາດອກເບ້ຍເງິນກູ້ ຍັງເພີ່ມຂຶ້ນຕາມທ່າອ່ຽງຂອງການເພີ່ມອັດຕາດອກເບ້ຍພື້ນຖານ.