ທະນາຄານກາງຣັດເຊຍ ຈະເພີ່ມຍອດຂາຍເງິນຕາຕ່າງປະເທດ ເງິນຣູເບິລ ຈະແຂງຄ່າຂຶ້ນ

49

ໂທລະພາບຣັດເຊຍ ລາຍງານວ່າ: ອັດຕາແລກປ່ຽນຂອງຣູເບິລ ( ຣຸບ ) ໃນຕະຫຼາດຫຼັກຊັບມອສໂກແຂງຄ່າຂຶ້ນ ຫຼັງຈາກທີ່ທະນາຄານແຫ່ງຣັດເຊຍ ປະກາດເພີ່ມປະລິມານການຂາຍເງິນຕາຕ່າງປະເທດ. ເງິນໂດລາ ຫຼຸດລົງ 30 ໂກເປກ, ຢວນ – 3 ໂກເປກ ແລະ ເອີໂຣ – 11 ໂກເປກ    ( ໂກເປກ ເງິນຣູເບິລ ຄ້າຍຄື ເຊັນ ເງິນໂດລາ ).

ລາຍງານຂ່າວເປີດເຜີຍວ່າ: ທະນາຄານກາງຈະເລັ່ງດຳເນີນການ “ ຈໍາລອງ ” ທຸລະກຳທີ່ກ່ຽວຂ້ອງກັບການລົງທຶນຂອງກອງທຶນ ຈາກກອງທຶນສະຫວັດດີການແຫ່ງຊາດ ( NWF ) ຕັ້ງແຕ່ວັນທີ 14 – 22 ກັນຍາ 2023 ເຊິ່ງທະນາຄານຈະດຳເນີນການຂາຍສະກຸນເງິນຕາຕ່າງປະເທດຢ່າງສະໝໍ່າສະເໝີ ຈໍານວນ 150 ຕື້ຣູເບິລ. ດັ່ງນັ້ນ, ປະລິມານການຂາຍລາຍວັນຈະເພີ່ມຂຶ້ນຈາກ 2,3 ຕື້ຣູເບິລ ເຊິ່ງທະນາຄານກາງ ກໍໄດ້ຕັ້ງຂໍ້ສັງເກດອາດສູງເຖິງ 21,4 ຕື້ຣູເບິລ.

ການປ່ຽນແປງໃນປະລິມານທຸລະກຳລາຍວັນເກີດຈາກການໄຖ່ຖອນສະກຸນເງິນຕາຕ່າງປະເທດຂອງ Russian Eurobonds ຫຼື ພັນທະບັດເອີໂຣ ຂອງຣັດເຊຍ ທີ່ຈະເກີດຂຶ້ນໃນວັນທີ 16 ກັນຍານີ້.

ທະນາຄານກາງຣັດເຊຍ ກ່າວຢໍ້າວ່າ: ປະລິມານການອອກຂອງປະເດັນນີ້ຄື 3 ຕື້ໂດລາ ເຊິ່ງກະຊວງການເງິນຈະຊໍາລະເງິນໃຫ້ກັບຜູ້ຖື Eurobonds ໃນສະກຸນເງິນຣູເບິລ. ດັ່ງນັ້ນ, ຫຼັງຈາກການໄຖ່ຖອນຜູ້ຖື Eurobonds ຈໍານວນໜຶ່ງອາດມີຄວາມຕ້ອງການສະກຸນເງິນຕາຕ່າງປະເທດເພີ່ມຕື່ມ ພາຍໃຕ້ເງື່ອນໄຂເຫຼົ່ານີ້ ການຕັດສິນໃຈກະຈາຍໂດຍຂາຍເງິນຕາຕ່າງປະເທດອີກຄັ້ງ ເຊິ່ງຈະຊ່ວຍຕອບສະໜອງຄວາມຕ້ອງການສະກຸນເງິນຕາຕ່າງປະເທດເພີ່ມຕື່ມເທົ່າທີ່ເປັນໄປໄດ້ ແລະ ຫຼຸດຄວາມຜັນຜວນໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດໃນເວລານີ້.

ທະນາຄານກາງຈະຂາຍສະກຸນເງິນຕາຕ່າງປະເທດ ສ່ວນທີ່ເຫຼືອຕັ້ງແຕ່ວັນທີ 25 ກັນຍາ 2023 ເຖິງ 31 ມັງກອນ 2024.