ເປີດງານວາງສະແດງການຄ້າການລົງທຶນດ້ານການພັດທະນາແບບສີຂຽວໂລກ ຄັ້ງທີ 6

29

CRI ລາຍງານວ່າ: ເມື່ອວັນທີ 5 ກັນຍາ 2023 ງານວາງສະແດງການຄ້າການລົງທຶນດ້ານການພັດທະນາແບບສີຂຽວໂລກຄັ້ງທີ 6 ໄດ້ເປີດຂຶ້ນຢູ່ນະຄອນໜານຊ່າງ ເທສະບານແຂວງຈ່ຽງຊີ ສປ ຈີນ. ເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນໃໝ່ຫຼາກຫຼາຍຊະນິດໃນຂົງເຂດການພັດທະນາແບບສີຂຽວ ໄດ້ນຳມາວາງສະແດງໃນງານດັ່ງກ່າວ ສະແດງໃຫ້ເຫັນເຖິງທ່າອ່ຽງການດຳລົງຊີວິດໃນອະນາຄົດແບບອັດສະລິຍະ ແລະ ກາກບອນຕ່ຳ.

ງານວາງສະແດງດັ່ງກ່າວ ມີຫົວຂໍ້ວ່າ: “ ລົງເລິກການເປີດປະຕູສູ່ພາຍນອກ ແລະ ການຮ່ວມ  ມື, ຊຸກຍູ້ການພັດທະນາແບບສີຂຽວ ”, ເນື້ອທີ່ວາງສະແດງລວມທັງໝົດແມ່ນ 25.000 ຕາແມັດ, ວິສາຫະກິດທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ 259 ແຫ່ງໄດ້ເຂົ້າຮ່ວມ ໂດຍວາງສະແດງເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນໃໝ່ໆທີ່ມາຈາກທົ່ວໂລກ.

ລາຍງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ເຊັນສັນຍາ 60 ໂຄງການ ມີມູນຄ່າປະມານ 99,2 ຕື້ຢວນ, ໃນງານດັ່ງກ່າວ ຍັງມີເວທີປຶກສາຫາລືຫົວຂໍ້ສະເພາະ ແລະ ກິດຈະກຳຕ່າງໆຕື່ມອີກ.