ການຄ້າຢູ່ຊາຍແດນ ມຽວວະດີ ຂອງມຽນມາ ມີມູນຄ່າສູງເຖິງ 55 ລ້ານໂດລາ

27

ເວັບໄຊ gnlm.com.mm ຂອງມຽນມາ ລາຍງານວ່າ: ຊາຍແດນ ມຽວວະດີ ( Myawady ) ລະຫວ່າງມຽນມາ ແລະ ຣາຊະອານາຈັກໄທ ມີມູນຄ່າການຄ້າຫຼາຍກວ່າ 55 ລ້ານໂດລາ ຈາກການຄ້າຂ້າມຊາຍແດນໃນເດືອນສິງຫາຜ່ານມາ.

ລາຍງານລະບຸວ່າ: ການຄ້າຢູ່ຊາຍແດນມຽວວະດີ ໃນເດືອນສິງຫາຜ່ານມາ ມີບາງຂໍ້ຫຍຸ້ງຍາກເກີດຂຶ້ນ ເນື່ອງຈາກເຫດດິນເຊາະເຈື່ອນ ເນື່ອງຈາກຝົນຕົກແຮງ ເຊິ່ງໄດ້ເຮັດໃຫ້ຖະໜົນ ມຽວວະດີ ໃກ້ກັບພູດາວນາ ( Dawna ) ແລະ ນໍ້າຕົກຕາວນາວ ( Tawnaw ) ຖືກຕັດຂາດ ເມື່ອວັນທີ 7 ສິງຫາ ແລະ ເຮັດໃຫ້ຂະບວນການຄ້າຂາຍຢຸດສະງັກ.

ເຂດການຄ້າ ມຽວວະດີ ເປີດເຜີຍວ່າ: ພາຍໃຕ້ຄວາມພະຍາຍາມຢ່າງຕໍ່ເນື່ອງ ຂອງກົມທາງຫຼວງ ແລະ ການຊີ້ນໍາຂອງລັດກະຫຼ່ຽງ  ຖະໜົນຫົນທາງ ແລະ ຂົວໄດ້ຮັບການແກ້ໄຂ ເປີດໃຫ້ສັນຈອນເປັນເລນດຽວຕັ້ງແຕ່ວັນທີ 15 ສິງຫາ ເພື່ອໃຫ້ລົດບັນທຸກສິນຄ້າສົ່ງອອກ – ນໍາເຂົ້າໄດ້; ສິນຄ້າທີ່ເນົ່າເສຍງ່າຍ ຈຶ່ງຖືກສົ່ງໄປຍັງຊາຍແດນ ມຽວວະດີ ໂດຍບໍ່ມີຄວາມເສຍຫາຍ ແລະ ສົ່ງອອກໄປໄທຢ່າງທັນເວລາ. ນອກນີ້, ກໍມີການນໍາເຂົ້າປຸ໋ຍ, ອາຫານສັດ, ວັດຖຸດິບ ແລະ ວັດສະດຸກໍ່ສ້າງ ກໍໄດ້ດຳເນີນໄປຢ່າງລຽບງ່າຍ.

ຊາຍແດນ ມຽວວະດີ ມີການສົ່ງອອກສິນຄ້າມູນຄ່າ 15,2 ລ້ານໂດລາ ດ້ວຍລົດບັນທຸກ 1.457 ຄັນ ແລະ ນຳເຂົ້າສິນຄ້າມູນຄ່າ 40 ລ້ານໂດລາ ດ້ວຍລົດ 2.327 ຄັນ ເຊິ່ງໂດຍລວມໃນເດືອນສິງຫາຜ່ານມາ ມູນຄ່າການຄ້າຢູ່ຊາຍແດນແຫ່ງນີ້ ລວມມີ 55,2 ລ້ານໂດລາ ດ້ວຍລົດບັນທຸກ 3.784 ຄັນ.

ຕາມການລະບຸຂອງເຂດການຄ້າ ມຽວວະດີ ຍັງໃຫ້ຮູ້ຕື່ມວ່າ: ຖະໜົນ ມຽວວະດີ ມີບົດບາດສຳຄັນໃນການຄ້າຊາຍແດນໄທ – ມຽນມາ. ນອກຈາກນີ້ ຍັງມີຄວາມສຳຄັນຢ່າງຍິ່ງຕໍ່ການໄຫຼຂອງສິນຄ້າສຳລັບລັດກະຫຼ່ຽງ ແລະ ລັດມອນ. ດັ່ງນັ້ນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈຶ່ງໄດ້ພະຍາຍາມຮ່ວມກັນໃນການເປີດຖະໜົນຮ່ວມກັນອີກຄັ້ງ.