ຄ່າແຮງງານຂັ້ນຕໍ່າໃນຂະແໜງຕັດຫຍິບຂອງກຳປູເຈຍ ສືບຕໍ່ເພີ່ມຂຶ້ນ

64

ເວັບໄຊສຳນັກຂ່າວ khmertimeskh.com ລາຍງານວ່າ: ທ່ານ ດຣ. ຮຸນ ມາເນັດ ( Hun Manet ) ນາຍົກລັດຖະມົນຕີຂອງກຳປູເຈຍ ກ່າວວ່າ: ຄ່າແຮງງານຂັ້ນຕໍ່າຂອງຄົນງານໃນພາກຕັດຫຍິບເສື້ອຜ້າ, ເກີບ ແລະ ສິນຄ້າການເດີນທາງ ( GFT ) ຈະຍັງສືບຕໍ່ເພີ່ມຂຶ້ນອີກຕໍ່ໄປ.

ທ່ານ ດຣ. ຮຸນ ມາເນັດ ໄດ້ກ່າວໃນກອງປະຊຸມພົບປະກັບແຮງງານໃນນະຄອນຫຼວງປະນົມເປນວ່າ: ນະໂຍບາຍຂອງລັດຖະບານ ທີ່ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສໍາລັບແຮງງານໃນພາກ GFT ຍັງຈະສືບຕໍ່ຄົ້ນຄວ້າປັບຂຶ້ນອີກ. ຂະນະທີ່ການຫາລືຂອງສະພາແຫ່ງຊາດ ກ່ຽວກັບຄ່າແຮງງານຂັ້ນຕໍ່າ ກໍກຳລັງດຳເນີນການຢູ່ເຊັ່ນກັນ.

ສ່ວນລັດຖະບານກຳປູເຈຍ ກໍໄດ້ພະຍາຍາມເທື່ອລະຂັ້ນຕອນ ໃນການເພີ່ມຄ່າແຮງງານຂັ້ນຕໍ່າ ເພື່ອໃຫ້ໝັ້ນໃຈວ່າ ພວກເຮົາຈະມີຄວາມສາມາດໃນການແຂ່ງຂັນ ແລະ ການເຕີບໂຕໃນພາກ GFT. ໃນປີນີ້, ຄ່າແຮງງານຂັ້ນຕໍ່າຕໍ່ລາຍເດືອນ ສຳລັບອຸດສາຫະກຳຂະແໜງການນີ້ແມ່ນຢູ່ທີ່ 200 ໂດລາຕໍ່ເດືອນ ເຊິ່ງເພີ່ມຂຶ້ນຈາກ 194 ໂດລາ ໃນປີທີ່ຜ່ານມາ.

ລາຍງານຍັງລະບຸວ່າ: ການປຶກສາຫາລືກ່ຽວກັບການປັບຂຶ້ນຄ່າແຮງຂັ້ນຕໍ່າ ກຳລັງຢູ່ລະຫວ່າງການຄົ້ນຄວ້າ ເພື່ອຈະເລີ່ມຂຶ້ນໃນປີ 2024 ແຕ່ຜ່ານການຫາລືກັນໃນກອງປະຊຸມສອງຄັ້ງແລ້ວກໍຍັງບໍ່ທັນໄດ້ສະຫຼຸບຕົວເລກຄ່າຈ້າງເທື່ອ.

ແຕ່ສະພາແຫ່ງຊາດ ແລະ ລັດຖະບານ ກໍໄດ້ນໍາສະເໜີສະຖິຕິທີ່ສຳຄັນຂອງເກນທາງສັງຄົມ ແລະ ເສດຖະກິດ ທັງ 7 ຂໍ້ ສຳລັບຜູ້ມີສ່ວນໄດ້ – ເສຍ ເພື່ອເປັນພື້ນຖານໃນການເຈລະຈາຄ່າແຮງຂັ້ນຕໍ່າ ສຳລັບປີ 2024.