ອິນໂດເນເຊຍ ສະເໜີ “ ໂກເດັ້ນວີຊ່າ ” ດຶງດູດນັກລົງທຶນຕ່າງປະເທດ

32

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານອິນໂດເນເຊຍ ໄດ້ສະເໜີໂຄງການໂກເດັ້ນວີຊາ ຫວັງດຶງດູດນັກລົງທຶນ ແລະ ວິສາຫະກິດຕ່າງປະເທດເຂົ້າມາລົງທຶນໃນປະເທດເພີ່ມຂຶ້ນ.

ທ່ານ ຊີລມີ ຄາຣິມ ຫົວໜ້າກົມກວດຄົນເຂົ້າເມືອງ ກະຊວງກົດໝາຍ ແລະ ສິດທິມະນຸດຂອງອິນໂດເນເຊຍ ເປີດເຜີຍວ່າ: ໂຄງການໂກເດັ້ນວີຊ່າ ອະນຸຍາດໃຫ້ຊາວຕ່າງປະເທດດຳລົງຊີວິດຢູ່ອິນໂດເນເຊຍໄດ້ 5 – 10 ປີ ໂດຍນັກລົງທຶນທີ່ເປັນບຸກຄົນທຳມະດາທີ່ຕ້ອງການວີຊ່າ 5 ປີ ຕ້ອງຕັ້ງບໍລິສັດມູນຄ່າຈົດທະບຽນ 2,5 ລ້ານໂດລາສະຫະລັດ, ຂະນະທີ່ວີຊ່າ 10 ປີຕ້ອງລົງທຶນມູນຄ່າ 5 ລ້ານໂດລາສະຫະລັດ.

ສ່ວນນັກລົງທຶນທີ່ເປັນນິຕິບຸກຄົນຕ້ອງລົງທຶນ 25 ລ້ານໂດລາສະຫະລັດ, ຜູ້ອຳນວຍການ ແລະ ຄະນະຜູ້ບໍລິຫານຈະໄດ້ວີຊ່າ 5 ປີ, ຂະນະທີ່ວີຊ່າ 10 ປີ ຕ້ອງລົງທຶນ 50 ລ້ານໂດລາສະຫະລັດ.

ສຳລັບນັກລົງທຶນຊາວຕ່າງປະເທດທີ່ເປັນບຸກຄົນທຳມະດາບໍ່ຢາກສ້າງຕັ້ງບໍລິສັດໃນອິນໂດເນເຊຍ ຕ້ອງລົງທຶນຕັ້ງແຕ່ 3,5ລ້ານ – 7 ລ້ານໂດລາ ໃນກອງທຶນ ເພື່ອຊື້ພັນທະບັດຂອງລັດຖະບານອິນໂດເນເຊຍ.

ຫົວໜ້າກົມກວດຄົນເຂົ້າເມືອງຂອງອິນໂດເນເຊຍ ກ່າວອີກວ່າ: ສຳລັບຜູ້ທີ່ຖືໂກເດັ້ນວີຊ່າ ເມື່ອເດີນທາງມາເຖິງອິນໂດເນເຊຍ ບໍ່ຈຳເປັນຕ້ອງຂໍອະນຸຍາດເຂົ້າເມືອງອີກຕໍ່ໄປ. ທັງນີ້ ຫຼາຍປະເທດທົ່ວໂລກ ເຊັ່ນ: ສະຫະລັດອາເມຣິກາ, ອຽກລັງ, ນິວຊີແລນ ແລະ ແອັດສະປາຍ ຕ່າງກໍມີໂກເດັ້ນວີຊ່າໃນທຳນອງດຽວກັນນີ້ໃຫ້ແກ່ນັກລົງທຶນ ເພື່ອດຶງດູດເງິນທຶນ ແລະ ວິສາຫະກິດຂອງຕ່າງປະເທດມາລົງທຶນ ແລະ ດຳລົງຊີວິດຢູ່ໃນປະເທດຂອງຕົນ.