ການຄ້າຊາຍແດນຂອງມຽນມາ ເພີ່ມຂຶ້ນຫຼາຍກວ່າ 23%

30

ສຳນັກຂ່າວຊິນຫົວລາຍງານວ່າ ກະຊວງການຄ້າຂອງມຽນມາເປີດເຜີຍວ່າ ມູນຄ່າການຄ້າຊາຍແດນ (ຊາຍແດນທາງບົກ) ຂອງມຽນມາ ໃນ 5 ເດືອນຕົ້ນສົກປີງົບປະມານ 2022-2023 (ເຊິ່ງນັບແຕ່ວັນທີ 1 ເມສາ-31 ສິງຫາ 2023) ເພີ່ມຂຶ້ນ 23,46% ເມື່ອທຽບໃສ່ຊ່ວງດຽວກັນຂອງປີຜ່ານມາ, ມູນຄ່າ 3,93 ພັນລ້ານໂດລາສະຫະລັດ.

ລາຍງານລະບຸວ່າ: ຍອດສົ່ງອອກການຄ້າຊາຍແດນທາງບົກຂອງມຽນມາຢູ່ທີ່ປະມານ 2,52 ພັນລ້ານໂດລາສະຫະລັດ, ຂະນະທີ່ການນຳເຂົ້າປະມານ 1,4 ພັນລ້ານໂດລາສະຫະລັດ. ເມື່ອລວມກັບການຄ້າທາງທະເລທີ່ມີມູນຄ່າ 9,11 ພັນລ້ານໂດລາສະຫະລັດ, ເຮັດໃຫ້ຍອດມູນຄ່າການຄ້າຕ່າງປະເທດຂອງມຽນມາຢູ່ທີ່ 13,05 ພັນລ້ານໂດລາສະຫະລັດ.