78 ປີ ເສດຖະກິດຫວຽດນາມຈາກຫຼ້າຫຼັງ ສູ່ອຸດສາຫະກຳທັນສະໄໝ

56

ເວບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ຫຼັງຈາກ 78 ປີ (2/9/01945-2/9/2023) ເສດຖະກິດຂອງຫວຽດນາມ ມີການພັດທະນາຂຶ້ນຫຼາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍດີຂຶ້ນຫຼາຍ. ຈາກເສດຖະກິດກະສິກຳຂະໜາດນ້ອຍທີ່ຫຼ້າຫຼັງ, ຫວຽດນາມໄດ້ປ່ຽນໄປສູ່ເສດຖະກິດທີ່ມີຄວາມຫຼາກຫຼາຍ ໂດຍມີສັດສ່ວນຂອງເຕັກໂນໂລຊີອຸດສາຫະກຳໃນລະດັບສູງ, ອຸດສາຫະກຳການຄ້າ ແລະ ບໍລິການມີການເຕີບໂຕຫຼາຍຂຶ້ນ ແລະ ກ້າວເຂົ້າສູ່ຍຸກສົ່ງເສີມອຸດສາຫະກຳ ແລະ ຄວາມທັນສະໄໝຂອງປະເທດ.

ໂດຍສະເພາະໃນໄລຍະ 30 ກວ່າປີແຫ່ງການປ່ຽນແປງໃໝ່, ການເປີດກວ້າງ ແລະ ເຊື່ອມໂຍງເສດຖະກິດ ເຮັດໃຫ້ຫວຽດນາມຍາດໄດ້ບັນດາຜົນສຳເລັດທີ່ໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດສາດ. ລວມຍອດຜະລິດຕະພັນພາຍໃນ (GDP) ມີຈັງຫວະເຕີບໂຕທີ່ແຕກຕ່າງກັນ ໃນປີ 1986 ການເຕີບໂຕຂອງ GDP ຢູ່ທີ່ 3,4%, ປີ 1995 ມີການເຕີບໂຕທີ່ສູງສຸດ 9,5%, ປີ 2005 ມີ 8,4%, ປີ 2010 ຢູ່ທີ່ 6,78%, ປີ 2015 ແມ່ນ 6,99%. ຂະນະທີ່ ມີການເຕີບໂຕ 7,47% ໃນປີ 2018, 7,36% ໃນປີ 2019 ແລະ ໃນປີ 2020 ຍ້ອນໂຄວິດ-19 GDP ມີການເຕີບໂຕພຽງ 2,87%, ປີ 2021 ກໍຫຼຸດລົງ ຢູທີ່ 2,56%. ແຕ່ໃນປີ 2022, ຫວຽດນາມເລັ່ງຟື້ນຟູເສດຖະກິດ ເຮັດໃຫ້ GDP ເຕີບໂຕຂຶ້ນແບບກ້າວກະໂດດ ໄປຢູ່ທີ່ 8,02% ແລະ ໃນໄລຍະ 8 ເດືອນປີ 2023 GDP ເຕີບໂຕຢູ່ທີ່ 6,5%.

ພື້ນຖານເສດຖະກິດຫວຽດນາມ ຂະຫຍາຍຕົວຢ່າງວ່ອງໄວ ໃນປີ 1986 ທຽບເທົ່າ 27 ຕື້ໂດລາ ແລະ ເຕີບໂຕຢ່າງໄວວາ ໃນປີ 2010 ຢູ່ທີ່ 110,7 ຕື້ໂດລາ, ປີ 2015 ເຕີບໂຕເປັນ 193,3 ຕື້ໂດລາ ແລະ ໃນປີ 2018 ທຽບເທົ່າ 250 ຕື້ໂດລາ, ຂະນະທີ່ປີ 2019 ສູງກວ່າ 262 ຕື້ໂດລາ, ປີ 2020 ແມ່ນ 343 ຕື້ໂດລາ ແລະ ປີ 2022 ທຽບເທົ່າ 409 ຕື້ໂດລາ.

GDP ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນ ໃນປີ 1986 ມີ 100 ໂດລາ, 2.786ໂດລາ ໃນປີ 2019; ປີ 2020 ເຖິງວ່າມີການລະບາດຂອງໂຄວິດ-19, ແຕ່ກໍເພີ່ມຂຶ້ນເລັກນ້ອຍ ຢູ່ທີ່ 3.521 ໂດລາ ແລະ 4.110 ໂດລາ ໃນປີ 2022. ໃນ 8 ເດືອນປີນີ້, ສະເລ່ຍຢູ່ທີ່ປະມານ 4.400 ໂດລາ.