ແກງໜໍ່ໄມ້ ອາຫານທີ່ຕິດພັນກັບຄົນລາວ

105

ແກງໜໍ່ໄມ້ ເປັນອາຫານພື້ນເມືອງລາວເຮົາ ທີ່ກິນຍາມໃດກໍແຊບຍາມນັ້ນ ໂດຍສະເພາະແມ່ນກິນຕອນສວາຍໆ ເຂົ້າໜຽວຮ້ອນໆ ຫຼື ເຂົ້າຈ້າວຮ້ອນໆ ກິນກັບແກງໜໍ່ໄມ້, ຕຳໝາກຫຸ່ງ ແລະ ປີ້ງປາ ຖືວ່າເຂົ້າກັນສຸດໆ. ດັ່ງນັ້ນມື້ນີ້ເຮົາຈະມາແນະນຳວິທີການເຮັດແກງໜໍ່ໄມ້ໃສ່ຜັກຂະ ແລະ ຜັກຂະແຍງແຊບໆມານຳສະເໜີ.

▶ ວັດຖຸດິບປະກອບມີ: ໜໍ່ໄມ້, ໃບຢານາງ ( ຄັ້ນ ຫຼື ປັ່ນ ເອົານໍ້າ ), ໝາກເຜັດດິບ, ຫົວຜັກບົ່ວ ແລະ ຫົວຜັກທຽບ ( ແລ້ວແຕ່ມັກ ບາງຄົນກໍໃສ່ຫົວສີໃຄ ), ໝາກອຶອ່ອນ – ໝາກອຶແກ່ ແລະ ໝາກບວບ ( ຕັດຕ່ອນ ), ເຂົ້າເບືອຕຳລະອຽດ, ຜັກຂະແຍງ ຫຼື ຜັກຂະ, ນໍ້າປາ ຫຼື ປາແດກກໍໄດ້, ເກືອ, ແປ້ງນົວ, ຄະນໍ, ເຫັດຊະນິດຕາມໃຈ ແລະ ຜັກຕາມໃຈມັກ ( ປະເພດຜັກລ້າງສະອາດໃຫ້ໝົດ ).

▶ ຂັ້ນຕອນການເຮັດ: ຄ້າງໝໍ້ຕົ້ມໜໍ່ໄມ້ໃຫ້ຈືດ, ຈາກນັ້ນກໍຖອກນໍ້າຖິ້ມ ນຳນໍ້າຢານາງທີ່ກຽມໄວ້ຖອກລົງໄປ ຄ້າງໝໍ້ຂຶ້ນເຕົາ, ຕຳໝາກເຜັດຫົວຜັກບົ່ວ ແລະ ຫົວຜັກທຽມ ຕຳລະອຽດຕັກໃສ່ໝໍ້ (ຈະນຳໝາກເຜັດດິບປ່ອຍລົງເປັນໜ່ວຍ ເຮັດລູກໂດດ ), ຕື່ມເກືອ, ແປ້ງນົວ ແລະ ຄະນໍລົງໄປ, ລໍຖ້າໃຫ້ໝໍ້ຟົດແລ້ວໃຫ້ນຳປາແດກຕອງລະອຽດລົງໄປ, ຈາກນັ້ນໃຫ້ນຳໝາກອຶແກ່ລົງໄປຕົ້ມກ່ອນ ເມື່ອໝາກອຶແກ່ສຸກປະມານ 50% ໃຫ້ນຳເຫັດ ແລະ ໝາກບວບ, ໝາກອຶອ່ອນລົງຕາມໄປ ຕົ້ມໃຫ້ໃກ້ສຸກແລ້ວ ໃຫ້ນຳຜັກຂະລົງໄປ, ຊີມລົດຊາດຕາມໃຈມັກຖ້າສຸກແລ້ວ ກໍໃຫ້ຕາມດ້ວຍຜັກຂະແຍງລົງໄປຄົນເລັກໜ້ອຍ ແລ້ວກໍປົງໄດ້. ຖືວ່າເປັນອັນສຳເລັດຕັກໃສ່ຖ້ວຍພ້ອມເສີບໄດ້.

[ ໂດຍ: ນົກແຕນແວນ ]