ມຽນມາ ເລັ່ງຮັກສາສະຖຽນລະພາບຕະຫຼາດເຂົ້າ ໃຫ້ໝັ້ນຄົງ

32

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ສະຫະພັນເຂົ້າ ແຫ່ງ ມຽນມາ ເລັ່ງຮັກສາສະຖຽນລະພາບຕະຫຼາດເຂົ້າໃຫ້ໝັ້ນຄົງ ເນື່ອງຈາກລາຄາເຂົ້າພາຍໃນປະເທດເພີ່ມຂຶ້ນ ເປັນຕົ້ນ: ລາຄາເຂົ້າສານສາຍພັນ Shwebo Pawsan ຫຼື ເຂົ້າມຸກ ມຽນມາ ລາຄາ 150.000 ຈ໊າດ ( Kyat ) ຕໍ່ 1 ເປົາ ( 1ເປົາມີນ້ຳໜັກ ປະມານ 49 ກິໂລກຣາມ ) ແລະ ເຂົ້າສານສາຍພັນ Ayeyarwaddy Pawsan ມີລາຄາປະມານ 110.000 ຈ໊າດຕໍ່ເປົາ ທີ່ຈຳໜ່າຍຕາມຕະຫຼາດໃນປະເທດ.

ນອກນີ້, ຍັງມີການຈຳໜ່າຍເຂົ້າສຳຮອງຫຼາຍກວ່າ 300.000 ເປົາ ແລະ ຈະຈຳໜ່າຍໄປໃນລັດຕ່າງໆທົ່ວປະເທດ. ປັດຈຸບັນສະຫະພັນເຂົ້າແຫ່ງ ມຽນມາ ເດີນໜ້າຄວບຄຸມການປັບຂຶ້ນລາຄາ ແລະ ພະຍາຍາມຮັບປະກັນໃຫ້ລາຄາຍຸຕິທຳ ສຳລັບຜູ້ບໍລິໂພກ ພາຍໃຕ້ການຮ່ວມມືກັບສະມາຄົມໃນກຸ່ມບໍລິສັດສົ່ງອອອກເຂົ້າ, ໂຮງສີເຂົ້າ ແລະ ຜູ້ຄ້າ ພ້ອມທັງເຕືອນໃຫ້ປະຊາຊົນຫຼີກລ່ຽງການກັກເກັບເຂົ້າ ແລະ ຊື້ເຂົ້າເມື່ອຈຳເປັນເທົ່ານັ້ນ.