ຫຼວງນໍ້າທາ ມີຄວາມພ້ອມໄຂສົກຮຽນໃໝ່

46

 

ທ່ານ ທອງພິດ ແກ້ວປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫຼວງນໍ້າທາ ໄດ້ໃຫ້ສໍາພາດໃນວັນທີ 29 ສິງຫາ 2023 ນີ້ວ່າ: ວັນໄຂສົກຮຽນໃໝ່ເດືອນກັນຍາ ໃກ້ຈະໝູນວຽນມາອີກວາລະໜຶ່ງ ເຊິ່ງແມ່ນວັນທີ່ມີຄວາມໝາຍສໍາຄັນ ທັງເປັນວັນປະຫວັດສາດສຳລັບພະນັກງານ, ຄູ – ອາຈານ, ນັກຮຽນ – ນັກສຶກສາທຸກຖ້ວນໜ້າ ການໄຂສົກຮຽນໃໝ່ ສົກຮຽນ 2023 – 2024 ເພື່ອໃຫ້ຖ່ວງທັນກັບເວລາທີ່ໄດ້ກໍານົດໄວ້ ຮັບປະກັນຄວາມພ້ອມໃຫ້ແກ່ການຮຽນ – ການສອນ ໃນສົກຮຽນ 2023 – 2024 ນີ້ ຄາດວ່າຈະມີຊັ້ນຮຽນກ່ອນໄວຮຽນ ມີ 190 ໂຮງຮຽນ 300 ຫ້ອງຮຽນ 7.000 ນ້ອງ, ປະຖົມ 345 ໂຮງຮຽນ 1.100 ຫ້ອງຮຽນ 21.000 ນ້ອງ, ມັດທະຍົມຕົ້ນ 36 ໂຮງຮຽນ 380 ຫ້ອງຮຽນ 12.000 ນ້ອງ, ມັດທະຍົມສົມບູນ 25 ໂຮງຮຽນ 170 ຫ້ອງຮຽນ 6.000 ນ້ອງ, ມັດທະຍົມຕອນປາຍ 3 ໂຮງຮຽນ 12 ຫ້ອງຮຽນ 480 ນ້ອງ. ນອກນັ້ນຍັງມີວິຊາຊີບ 1 ໂຮງຮຽນ 10 ຫ້ອງຮຽນ 385 ນ້ອງ, ວິທະຍາໄລເອກະຊົນ 1 ໂຮງຮຽນ 3 ຫ້ອງຮຽນ 50 ນ້ອງ ແລະ ມັດທະຍົມສົງ 2 ໂຮງຮຽນ 11 ຫ້ອງຮຽນ 300 ອົງ.


ພ້ອມນີ້, ຍັງໄດ້ມີການບັນຈຸສັບຊ້ອນບ່ອນປະຈຳການຂອງຄູຢູ່ບັນດາເມືອງ ແລະ ໂຮງຮຽນຕ່າງໆ ຜູ້ບໍລິຫານການສຶກສາ ແລະ ຄູ – ອາຈານ ໄດ້ລົງສົມທົບອຳນາດການປົກຄອງ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ໃນການອະນາໄມໃຫ້ມີ ຄວາມສະອາດພາຍໃນໂຮງຮຽນ, ສ້ອມແປງອາຄານສະຖານທີ່, ຫ້ອງຮຽນ, ໂຕະ – ຕັ່ງ – ກະດານ ແລະ ອື່ນໆ ເພື່ອກຽມ ຄວາມພ້ອມໃນການເປີດສົກຮຽນໃໝ່. ໄດ້ສະໜອງວັດຖຸອຸປະກອນການຮຽນ – ການສອນທີ່ຈຳເປັນໃຫ້ບັນດາໂຮງຮຽນ. ສຳເລັດການຝຶກອົບຮົມຄູສອນປຶ້ມແບບຮຽນໃໝ່ຂັ້ນ ປ 5 ໃຫ້ແກ່ຄູສອນບັນດາເມືອງ ແລະ ມີຄວາມພ້ອມໃນການໄຂສົກຮຽນໃໝ່ ສົກ 2023 – 2024.

ເພື່ອເຮັດໃຫ້ການໄຂສົກຮຽນໃໝ່ຄືວັນທີ 1 ກັນຍາ ໄດ້ດໍາເນີນການຮຽນ – ການສອນທັນຕາມກຳນົດເວລາຂະແໜງການສຶກສາ ແລະ ກີລາ ກໍໄດ້ວາງແຜນຫ້າງຫາກະກຽມໃນຫຼາຍດ້ານ ເປັນຕົ້ນ: ໄດ້ສໍາເລັດກອງປະຊຸມຜູ້ບໍລິຫານການສຶກສາຂັ້ນເມືອງ ແລະ ພວມສືບຕໍ່ຈັດກອງປະຊຸມຜູ້ບໍລິຫານການສຶກສາຂັ້ນແຂວງ, ຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ແຈ້ງການ ແລະ ນິຕິກຳຕ່າງໆທີ່ຈຳເປັນ ໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ຄູ – ອາຈານຢ່າງກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຫຼັກສູດຂອງແຕ່ລະຊັ້ນຮຽນ. ສືບຕໍ່ຈັດສົ່ງອຸປະກອນທີ່ຈຳເປັນ ເປັນຕົ້ນແມ່ນ: ປຶ້ມແບບຮຽນ, ຄູ່ມືຄູ, ກະດານ ແລະ ສໍຂາວ ໃຫ້ແກ່ໂຮງຮຽນ ແລະ ອື່ນໆ.

ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະພັກ ອົງການປົກຄອງທຸກຂັ້ນ, ການຈັດຕັ້ງສັງຄົມ, ນັກທຸລະກິດ, ຜູ້ປົກຄອງເດັກ ຈົ່ງໃຫ້ການສະໜັບສະໜູນຊ່ວຍເຫຼືອອໍານວຍຄວາມສະດວກ, ປະກອບສ່ວນທາງດ້ານວັດຖຸປັດໄຈຕ່າງໆ ເຂົ້າໃນວຽກງານການສຶກສາ – ກີລາ ຕາມຄວາມສາມາດຂອງຕົນ ພ້ອມກັນສ້າງທຸກເງື່ອນໄຂໃຫ້ລູກຫຼານຂອງຕົນໃນເກນອາຍຸເຂົ້າຮຽນ ໄດ້ເຂົ້າຮ່ຳຮຽນ, ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ແລະ ກີລາທຸກຂັ້ນ ຄູ – ອາຈານທຸກທ່ານ ຈົ່ງພ້ອມກັນເປັນເຈົ້າການນໍາພາການໄຂສົກຮຽນໃໝ່ປີນີ້ ໃຫ້ເປັນຂະບວນກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນ, ສ້າງຂະບວນການແຂ່ງຂັນພາຍໃຕ້ຫົວຂໍ້ທີ່ວ່າ: ແຂ່ງຂັນກັນສອນດີ – ຮຽນເກັ່ງ, ສ້າງສະຖານການສຶກສາໃຫ້ມີສະພາບແວດລ້ອມທີ່ດີ ແລະ ແກ້ໄຂປາກົດການຫຍໍ້ທໍ້ ເພື່ອໃຫ້ໂຮງຮຽນເປັນມິດກັບນັກຮຽນ ແລະ ຜູ້ປົກຄອງເດັກທຸກໆຄົນ.

ຮຽກຮ້ອງມາຍັງ ຜູ້ປົກຄອງນັກຮຽນທຸກທ່ານ ເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນ ໃຫ້ເຂົ້າຮຽນ, ຮຽນໃຫ້ເກັ່ງ, ຮຽນໃຫ້ຈົບຕາມໂຄງການຫຼັກສູດ, ແນະນໍາລູກຫຼານໃຫ້ຮູ້ຈັກເອົາໃຈໃສ່ ສະກັດກັ້ນ, ປ້ອງກັນພະຍາດໄຂ້ຍຸງລາຍ ທີ່ກໍາລັງແພ່ລະບາດຢູ່ໃນໄລຍະນີ້. ຮຽກຮ້ອງມາຍັງນັກຮຽນທຸກຄົນ ຈົ່ງເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນດ້ວຍຫຼາຍຮູບແບບ ເຊັ່ນ: ນອກຈາກຮຽນໃນຫ້ອງຮຽນແລ້ວ ໄປເຮືອນກໍຕ້ອງຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງ, ໃຫ້ຊອກຮຽນທາງອິນເຕີເນັດ ແລະ ວິທີອື່ນໆ ເພື່ອເຮັດໃຫ້ການຮຽນໄດ້ຮັບຜົນດີ ແລະ ມີຄຸນນະພາບ, ພ້ອມກັນຫຼີກລ່ຽງການຫຼິ້ນກິນຟຸ່ມເຟືອຍ, ກິນເຫຼົ້າ, ເຂົ້າຮ້ານ, ເຂົ້າບາ ຫຼີກລ່ຽງຢາເສບຕິດ, ສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນປອດສິ່ງເສບຕິດໃຫ້ໄດ້ທຸກໆໂຮງຮຽນ.
[ ຂ່າວ: ອຸ້ມ ສົມນໍ່ວັນ ]