ທ່ານເຈົ້າແຂວງເຊກອງລົງຢ້ຽມຢາມຊາວບ້ານ ປະແຫຼງໃຕ້

44

ວັນທີ 27 ສິງຫາ 2023 ນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ລົງພົບປະຢ້ຽມຢາມປະຊາຊົນບ້ານປະແຫຼງໃຕ້ ເມືອງທ່າແຕງ ແຂວງເຊກອງ ໂດຍມີທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

May be an image of 6 people, people studying and text
ໃນໂອກາດດັ່ງກ່າວນີ້ ທ່ານ ບຸນຜັນ ກິ່ງຖະໜອມ ນາຍບ້ານປະແຫຼງໃຕ້ ໄດ້ກ່າວລາຍງານສະພາບຈຸດພິເສດຂອງບ້ານວ່າ: ບ້ານປະແຫຼງໃຕ້ມີພົນລະເມືອງທັງໝົດ 361 ຄົນ, ຍິງ 190 ຄົນ, ມີ 80 ຄອບຄົວ, 64 ຫຼັງຄາເຮືອນ,ອາຊີບຕົ້ນຕໍເຮັດນາ, ອາຊີບສຳຮອງປູກຟັງລ້ຽງສັດ ແລະ ຄ້າຂາຍ, ມີເນື້ອທີ່ທຳການຜະລິດທັງໝົດ 722 ກວ່າເຮັກຕາ,ເນື້ອທີ່ນາ 35 ກວ່າເຮັກຕາ, ເນື້ອທີ່ສວນກາເຟ 58 ເຮັກຕາ, ເນື້ອທີ່ປູກມັນຕົ້ນ 60 ເຮັກຕາ. ເຊິ່ງເຮັດໃຫ້ປະຊາຊົນບ້ານປະແຫຼງໃຕ້ສາມາດມີເຂົ້າກຸ້ມກິນໄດ້ຕະຫລອດປີ, ນອກຈາກນັ້ນຍັງມີລາຍຮັບຈາກການຂາຍມັນຕົ້ນ, ຂາຍກາເຟ ແລະ ຂາຍສັດລ້ຽງ ເພື່ອພັດທະນາຊິວິດການເປັນຢູ່ຂອງປະຊາຊົນໃຫ້ຂຶ້ນເທື່ອລະກ້າວ.

May be an image of 7 people and people studying
ພາຍຫລັງໄດ້ຮັບຟັງການລາຍງານສະພາບຈຸດພິເສດຂອງບ້ານແລ້ວ ທ່ານ ເຫຼັກໄຫຼ ສີວິໄລ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານປະແຫຼງໃຕ້.ຈາກນັ້ນທ່ານເຈົ້າແຂວງ ຍັງຮຽກຮ້ອງໃຫ້ຄະນະບ້ານ ແລະ ປະຊາຊົນບ້ານ ຈົ່ງຮັກສາມູນເຊື້ອ ແລະເສີມຂະຫຍາຍໃຫ້ດີຂື້ນກວ່າເກົ່າ, ນອກນີ້ເພື່ອເປັນການຂໍ່ານັບຮັບຕ້ອນວັນສຳຄັນຂອງແຂວງທີ່ຈະມາເຖິງໃນມໍ່ໆນີ້ ເປັນຕົ້ນ ວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ, ພິທີເປີດປີທ່ອງທ່ຽວປີ 2024 ໃຫ້ມີຂະບວນການຢ່າງຟົດຟື້ນ ສາມາດຮອງຮັບນັກທ່ອງທ່ຽວທີ່ຈະມາທ່ຽວພາຍໃນແຂວງເຊກອງ, ສະນັ້ນຈຶ່ງຈຳເປັນຕ້ອງໄດ້ມີການພັດທະນາທາງດ້ານການທ່ອງທ່ຽວໃຫ້ຫລາຍຂຶ້ນ ແລະ ມີຄຸນນະພາບທີ່ດີ, ສະເພາະຢູ່ບ້ານປະແຫຼງໃຕ້ ແມ່ນໃຫ້ພັດທະນາສະຖານທີ່ທ່ອງທ່ຽວ ເຂດຕາດໄຟໄໝ້ ພູຈວງ ທີ່ເປັນເຂດມີເງື່ອນໄຂເໝາະສົມໃນການພັດທະນາການທ່ອງທ່ຽວທາງດ້ານທຳມະຊາດ.

May be an image of 10 people and chess

ໃນເວລາດຽວກັນປະຊາຊົນຕ້ອງສ້າງເງື່ອນໄຂຄວາມສະດວກ ແລະ ມີສ່ວນຮ່ວມໃນການພັດທະນາເຂດດັ່ງກ່າວໃຫ້ເປັນແຫຼ່ງທ່ອງທ່ຽວທໍາມະຊາດອີກແຫ່ງໜຶ່ງຂອງແຂວງ ທີ່ສາມາດຮອງຮັບນັກທ່ອງທ່ຽວທີ່ຈະມາທ່ຽວຊົມແຂວງເຊກອງ ໃຫ້ຫຼາຍຂຶ້ນ. ທັງນີ້ກໍເພື່ອດຶງດູດບັນດາບໍລິສັດຜູ້ປະກອບການ ທີ່ມີຄວາມສົນໃຈຢາກມາສໍາປະທານແຫຼ່ງທ່ອງທ່ຽວດັ່ງກ່າວ ເປັນແຫຼ່ງທ່ອງທ່ຽວເຊີງອະນຸລັກປ່າ ແບບປະຊາຊົນມີສ່ວນຮ່ວມໃນຕໍ່ໜ້າ.

May be an image of 7 people, grass and tree