ທ່ານຮູ້ບໍ ກ໊ອກ ກ໊ອກ ມາກ ມີສາຂາໃໝ່ແລ້ວແວ່ໄດ້ທີ່ສີເມືອງ

156

ກ໊ອກ ກ໊ອກ ມາກ ສູນລວມຂອງການຊື້ເຄື່ອງທີ່ມີຄົບທຸກຢ່າງໃນຈຸດດຽວ ຫຼັງຈາກທີ່ເປີດສາຂາທຳອິດທີ່ໂພນສີນວນເຫັນວ່າໄດ້ສຽງຕອບຮັບເປັນຢ່າງດີຈາກລູກຄ້າຜູ້ຊົມໃຊ້ ສະນັ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງພີ່ນ້ອງຊາວນະຄອນຫຼວງວຽງຈັນ ໃຫ້ໄດ້ອອກໄປ ກ໊ອກ ກ໊ອກ ມາກ ໃນສາຂາທີ່ໃກ້ແລະສະດວກຂຶ້ນ ຈິ່ງໄດ້ເປີດສາຂາໃໝ່ທີ່ສີເມືອງ.

ກ໊ອກໆ ມາກ ສາຂາສີເມືອງ ກໍ່ເຊັ່ນກັນກັບສາຂາໂພນສີນວນ ອໍານວຍຄວາມສະດວກ ແລະ ການບໍລິການທ່ານຍ່າງຄົບຖ້ວນ ບໍ່ວ່າຈະເປັນຊຸບເປີ້ມາກເກັດ ທີ່ມີທັງສິນຄ້າ ທັງພາຍໃນ ແລະ ຕ່າງປະເທດມີສິນຄ້າທີ່ນໍາເຂົ້າຈາກປະເທດ ເກົາຫລີ, ຈີນ, ຍີ່ປຸ່ນ ແລະ ປະເທດໄທ ໃນນັ້ນມີທັງສິນຄ້າສຳເລັດຮູບ ອາຫານສົດ, ໝາກໄມ້, ເຄື່ອງໃຊ້ໄຟຟ້າ ແລະອີກຫຼາຍໆຢ່າງ.

ພິທີເປີດໃຫ້ບໍລິການກ໊ອກ ກ໊ອກ ມາກ ສາຂາສີເມືອງໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2023 ນີ້ ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ໂອ ເຊ ຢັງ ປະທານໃຫຍ່ກຸ່ມບໍລິສັດໂຄລາວ, ທ່ານ ນາງ ປະພາວິດີ ກຸວະສານ ຜູ້ອຳນວຍການຂອງ ກ໊ອກ ກ໊ອກ ມາກ ແລະທ່ານ ສາຄອນ ພິລາງາມ ເຈົ້າຂອງຮ້ານ ກ໊ອກ ກ໊ອກ ມາກ ສາຂາສີເມືອງ ພາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.