ຣັດເຊຍ ຫຼຸດຜ່ອນຂໍ້ຈໍາກັດໃນການຈ່າຍເງິນປັນຜົນ ໃຫ້ກັບຊາວຕ່າງຊາດ

49

ເວັບໄຊ Ren.tv ຂອງຣັດເຊຍ ລາຍງານວ່າ: ກະຊວງການເງິນ ແລະ ທະນາຄານກາງຂອງຣັດເຊຍ ໄດ້ຕັດສິນໃຈຫຼຸດຜ່ອນຂໍ້ຈໍາກັດໃນການຈ່າຍເງິນປັນຜົນໃຫ້ແກ່ຊາວຕ່າງປະເທດທີ່ລົງທຶນໃນຣັດເຊຍ.

ກະຊວງການເງິນຣັດເຊຍລະບຸວ່າ: ຄະນະອະນຸກຳມະການຄຸ້ມຄອງການລົງທຶນຕ່າງປະເທດ ໄດ້ພິຈາລະນາ ແລະ ຮັບຊາບຄໍາວິນິດໄສແລ້ວ, ປັດຈຸບັນການຈ່າຍເງິນປັນຜົນໃຫ້ຊາວຕ່າງຊາດ ສາມາດດຳເນີນການໄດ້ ແຕ່ບໍ່ຄວນເກີນຈໍານວນເງິນລົງທຶນໃນຣັດເຊຍ.

ລາຍງານຍັງລະບຸວ່າ: ເງື່ອນໄຂການຈ່າຍເງິນປັນຜົນ ໄດ້ແກ່ ການສົ່ງທຶນຂອງເຈົ້າໜີ້ຕ່າງປະເທດໃນເສດຖະກິດຣັດເຊຍ ເລີ່ມຕັ້ງແຕ່ວັນທີ 1 ເມສາ 2023 ລວມເຖິງການຂະຫຍາຍການຜະລິດໃນຣັດເຊຍ ແລະ ພັດທະນາເຕັກໂນໂລຊີໃໝ່.

ກ່ອນໜ້ານີ້, ປະລິມານການຈ່າຍເງິນປັນຜົນ ໄດ້ກຳນົດຕ້ອງບໍ່ໃຫ້ເກີນ 50% ຂອງກຳໄລສຸດທິລວມຂອງປີຜ່ານມາ. ທັງນີ້, ກໍຂຶ້ນຢູ່ກັບການປະຕິບັດຕາມດັດຊະນີຕົວຊີ້ວັດຄວາມສຳເລັດ ( KPI ) ທີ່ກຳນົດ.

ແຫຼ່ງຂ່າວຍັງເປີດເຜີຍວ່າ: ກ່ອນໜ້ານີ້, ທ່ານ Dmitry Peskov ເລຂາທິການສື່ມວນຊົນຂອງປະທານາທິບໍດີແຫ່ງສະຫະພັນ ຣັດເຊຍ ກ່າວວ່າ: ຣັດເຊຍ ພ້ອມຮ່ວມມືກັບບໍລິສັດຕ່າງຊາດທີ່ສົນໃຈເຮັດວຽກ ແລະ ກະກຽມເງື່ອນໄຂທີ່ສະດວກສຳລັບເລື່ອງນີ້.