ທົ່ວແຂວງບໍລິຄຳໄຊ ມີພົນລະເມືອງໃນເກນອາຍຸອອກແຮງງານ 2 ແສນກວ່າຄົນ ແລະ ມີຜູ້ວ່າງງານປະມານ 1000 ກວ່າຄົນ

41

ຕາມການລາຍງານຂອງ ທ່ານ ແສງເພັດ ມູນລະໄມ ຫົວໜ້າພະແນກແຮງງານ ແລະ ສະຫວັດດການ-ສັງຄົມແຂວງບໍລິຄຳໄຊ, ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາປະຊາຊົນແຂວງບໍລິຄໍາໄຊ ໃນວັນທີ 24 ສິງຫາ 2023 ຜ່ານມານີ້ ວ່າ: ທົ່ວແຂວງບໍລິຄຳໄຊມີພົນລະເມືອງໃນເກນອາຍຸອອກແຮງງານ 226.044 ຄົນ, ຍິງ 115.593 ຄົນ, ແຮງງານທີ່ມີວຽກເຮັດງານທໍາ 128.400ຄົນ, ຍິງ 58.807 ຄົນ, ແຮງງານຫວ່າງງານປະມານ 1.100. ໂດຍຈໍານວນຜູ້ວ່າງງານທີ່ມີຂ້າງເທິງເປັນຕົວເລກທີ່ໄດ້ຜ່ານການສຳຫຼວດໃນປີ 2022.

อาจเป็นรูปภาพของ 1 คน และ ข้อความ

ສາເຫດຕົ້ນຕໍທີ່ພາໃຫ້ມີການວ່າງງານແມ່ນຍ້ອນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງສາກົນ, ພາກພື້ນ ແລະ ປະເທດລາວເຮົາ, ບັນດາຫົວໜ່ວຍແຮງງານທີ່ຕ້ອງການນຳໃຊ້ແຮງງານພາຍໃນແຂວງສ່ວນໃຫຍ່ເປັນຫົວໜ່ວຍແຮງງານຂະໜາດນ້ອຍ ແລະ ຂະໜາດກາງ, ຄວາມຕ້ອງການນຳໃຊ້ແຮງງານຈຳກັດ ບວກກັບຄວາມຕ້ອງການນຳໃຊ້ກຳລັງແຮງງານທີ່ມີສີມື, ແຮງງານທີ່ໄປປະກອບອາຊີບຢູ່ຕ່າງປະເທດຖືກຕ້ອງຜ່ານການບໍລິການຂອງບໍລິສັດຈັດຫາງານ ແລະ ກະຊວງ ມີທັງໝົດ 786 ຄົນ, ຍິງ 555 ຄົນ. ໃນນັ້ນ, ໄປປະເທດໄທ 779 ຄົນ, ຍິງ 550 ຄົນ, ໄປ ສ.ເກົາຫຼີ ເປັນແຮງງານຕາມລະດູການ 7 ຄົນ, ຍິງ 5 ຄົນ ອາຊີບສ່ວນຫຼາຍນອນໃນຂົງເຂດອຸດສາຫະກຳ, ກະສິກຳ ແລະ ການບໍລິການ.

ການເຄື່ອນຍ້າຍຂອງແຮງງານຕ່າງປະເທດເຂົ້າມາພວກເຮົານັບແຕ່ມີການລະບາດພະຍາດໂຄວິດ-19 ເຖິງປະຈຸບັນ ແມ່ນມີຈໍານວນຫຼຸດລົງຫຼາຍ ສາເຫດຕົ້ນຕໍຍ້ອນສະພາບເສດຖະກິດ, ຄ່າຄອງຊີບສູງ, ບັນຫາເງິນເຟີ້ ແລະ ປັດໃຈອື່ນໆ. ໃນທ້າຍປີ 2022 ຫາຕົ້ນປີ 2023 ພະແນກ ຮສສ ໄດ້ສົມທົບກັບ ປກສ ແຂວງ, ພະແນກອຸດສາຫະກຳ ແລະ ກາຄ້າແຂວງ ເຄື່ອນໄຫວເກັບກຳຂໍ້ມູນ, ກວດກາແກ້ໄຂແຮງງານຕ່າງປະເທດທີ່ມາເຄື່ອນໄຫວນັບທັງຖືກຕ້ອງ ແລະ ບໍ່ຖືກຕ້ອງໃນເມືອງບໍລິຄັນ ແລະ ເມືອງປາກຊັນ ມີແຮງງານທັງໝົດ 332 ຄົນ, ຍິງ 76 ຄົນ, ມີ 5 ສັນຊາດ, ມີແຮງງານທີ່ບໍ່ຖືກຕ້ອງ 171 ຄົນ, ຍິງ 44 ຄົນ,

ການຄຸ້ມຄອງຕິດຕາມແຮງງານເຄື່ອນຍ້າຍຜ່ານມາພວກເຮົາໄດ້ໃຫ້ຄຳປຶກສາ ແກ່ແຮງງານທີ່ມີຈຸດປະສົງຢາກໄປເຮັດວຽກຢູ່ຕ່າງແຂວງ ແລະ ຕ່າງປະເທດແບບປອດໄພ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າໃຈຕໍ່ແນວ ທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆນັບທັງຢູ່ປະເທດຕົ້ນທາງ ແລະ ປະເທດປາຍທາງ, ໃຫ້ຮັບຮູ້ກ່ຽວກັບການເຄື່ອນຍ້າຍແບບປອດໄພໂດຍສະເພາະແມ່ນເພດຍິງ ເພື່ອໃຫ້ໄດ້ຮັບການປົກປ້ອງຈາກຄວາມສ່ຽງຂອງການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.

ໂດຍ: ໜັງສືພິມບໍລິຄຳໄຊ