ເອົາເຕັກນິກການປຸງແຕ່ງໜໍ່ສະຫວັນ ໄປສອນຢູ່ຜົ້ງສາລີ

21

ໃນວັນທີ 21 ສິງຫາ 2023 ທີ່ຜ່ານມານີ້ຫ້ອງການອຸດສາຫະກຳ ແລະ ການຄ້າ ຮ່ວມກັບອົງການປົກຄອງບ້ານຫ້ວຍອຸ່ນ ໄດ້ຈັດພິທີຝຶກອົບຮົມວິທີປຸງແຕ່ງໜໍ່ສະຫວັນຢູ່ທີ ບ້ານຫ້ວຍອຸ່ນ ເມືອງໃໝ່ ແຂວງຜົ້ງສາລີ ໂດຍການເປັນປະທານຂອງທ່ານ ທອງສະມຸດ ຕັນສະທອນ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ມີທ່ານ ພອນບຸນ ເລຂາພັກນາຍບ້ານ-ບ້ານຫ້ວຍອຸ່ນ, ມີທີມງານຂັ້ນເມືອງ ຕະຫຼອດຮອດປະຊາຊົນຜູ້ທີ່ສົນໃຈຢາກຜະລິດເຂົ້າຮວ່ມທັງໝົດ 25 ຄົນ,ຍິງ 15 ຄົນ.

May be an image of 7 people
ເພື່ອເປັນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານຫ້ວຍອຸ່ນ ເຊິ່ງຜູ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ໄດ້ຮັບຮູ້ ວິທີການຕ່າງໆ ໂດຍສະເພາະແມ່ນວິທີການປຸງແຕ່ງ, ການເກັບຮັກສາທີ່ປອດໄພ ແລະ ວິທີການຜະລິດເພື່ອຈຳໜ່າຍອອກສູ່ທ້ອງຕະຫຼາດ.

May be an image of 7 people

ທັງນີ້ກໍເພື່ອເສີມສ້າງ ແລະ ພັດທະນາຄວາມຮັບຮູ້ຂອງປະຊາຊົນເຖິງວິທີການແປຮູບໜໍ່ໄມ້ໃຫ້ຖືກຕາມຫຼັກອະນາໄມ ແລະ ການຫຸມຫໍ່ຕ່າງໆ ໃຫ້າກາຍເປັນໜໍ່ສະຫວັນທີ່ມີຄຸນນະພາບ, ໄດ້ມາດຕະຖານ, ປອດໄພ ແລະ ທີ່ເປັນນິຍົມຂອງຜູ້ບໍລິໂພກ ຈົນກາຍເປັນສິນຄ້າ ແລະ ເປັນເອກະລັກສະເພາະເມືອງ .

May be an image of pasta