ບຽວເກດ ຫຼານນ້ອຍເຍົາວະຊົນລາວ ແຈ້ງເກີດຢ່າງເຕັມຕົວໃນລາຍການທີ່ຕ່າງປະເທດ

49

ອານຸສັກ ວິໄລກຸນ ຫຼື ນ້ອງບຽວເກດ ນັກເຕະຫຼານນ້ອຍເຍົາວະຊົນລາວ ອາຍຸພຽງ 8 ປີຂອງ W.I.G NAGA ສະໂມສອນບານເຕະເຍົາວະຊົນລາວ ແຕ່ສາມາດແບກອາຍຸໄປແຂ່ງຂັນກັບຮຸ່ນອ້າຍໄດ້ຢ່າງໂດດເດັ່ນ ໂດຍຍິງໄປ 15 ປະຕູໃນລາຍການ Peace Cup 2023 ທີ່ ສປ ຈີນ ພາທີມຢູ 10 ຄວ້າອັນດັບ 2 ແລະ ຍິງໄປ 4 ປະຕູພາ ຢູ 12 ຄວ້າອັນດັບ 5 ລາຍການ JS CUP 2023 ທີ່ ສ ເກົາຫຼີ.

ດັ່ງທີ່ຮູ້ W.I.G NAGA ສະໂມສອນບານເຕະເຍົາວະຊົນລາວ ສ້າງຊື່ສຽງໃຫ້ກັບ ສປປ ລາວ ດ້ວຍການສົ່ງທີມເຂົ້າຮ່ວມການແຂ່ງຂັນ 2 ລາຍການໃຫຍ່ລະດັບນາໆຊາດທີ່ ສ ເກົາຫຼີ ໃນເດືອນກໍລະກົດ 2023 ແລະ ສປ ຈີນ ໃນກາງເດືອນສິງຫາ 2023 ປະກົດວ່າ: ນັກເຕະທີ່ໂດດເດັ່ນທີ່ສຸດກໍຄື ທ້າວ ອານຸສັກ ວິໄລກຸນ ຫຼື ນ້ອງບຽວເກດ ຫົວໜ້າທີມອາຍຸນ້ອຍທີ່ສຸດໃນທີມພຽງ 8 ປີສາມາດສ້າງຜົນງານຢ່າງໂດດເດັ່ນໃນ 2 ລາຍການລະດັບໃຫຍ່ຄື: ຍິງໄປ 4 ປະຕູພາ ຢູ 12 W.I.G NAGA ຄວ້າອັນດັບ 5 ລາຍການ JS CUP 2023 ທີ່ ສ ເກົາຫຼີ ໃນເດືອນກໍລະກົດທີ່ຜ່ານມາ ແລະ ຫຼ້າສຸດລາຍການ Peace Cup 2023 ທີ່ ສປ ຈີນ ລະຫວ່າງວັນທີ 11-18 ສິງຫາ 2023 ບຽວເກດ ກໍສາມາດຍິງໄປເຖິງ 15 ປະຕູພາ ຢູ 10 W.I.G NAGA ຄວ້າຮອງແຊັມ ແລະ ຄວ້າດາວຍິງສູງສຸດປະຈໍາລາຍການອີກດ້ວຍ ລວມທັງຍັງຄວ້າລາງວັນແມນອ໊ອຟເດິແມັດ ( ນັກເຕະດີເດັ່ນປະຈໍານັດແຂ່ງຂັນ ) ໄດ້ເຖິງ 6 ນັດຊ້ອນ.

ຫຼັງຈົບ 2 ລາຍການດັ່ງກ່າວ ບຽວເກດ ໃຫ້ສໍາພາດວ່າ: ນ້ອງຮູ້ສຶກດີໃຈຫຼາຍທີ່ໄດ້ໄປແຂ່ງຂັນ 2 ລາຍການ ທີ່ ສ ເກົາຫຼີ ແລະ ສປ ຈີນ ໄດ້ແຂ່ງຂັນກັບນັກກີລາເກັ່ງຫຼາຍໆຄົນ ລວມເຖິງສາມາດຍາດຜົນງານອັນດັບ 5 ລາຍການທີ່ ສ ເກົາຫຼີ ແລະ ຍາດໄດ້ອັນດັບ 2 ລາຍການທີ່ ສປ ຈີນ ສາມາດຍາດເອົາຂັນມາຝາກພໍ່ແມ່ປະຊາຊົນລາວ. ຢ່າງໃດກໍຕາມ, ນ້ອງຈະສືບຕໍ່ພັດທະນາຕົວເອງ ແລະ ເຂົ້າຮ່ວມແຂ່ງຂັນລາຍການຕໍ່ໄປຈະບໍ່ເຮັດໃຫ້ຊາວລາວຜິດຫວັງ.

ສໍາລັບ ບຽວເກດ ເປັນນັກກີລາທີ່ມີພອນສະຫວັນ ເກັ່ງເຕະບານຕັ້ງແຕ່ຍັງນ້ອຍແຮງຊ້າຍ ດ້ວຍທັກສະທີ່ໂດດເດັ່ນເຫັນແວວຄ້າຍກັບ ລິໂອເນລ ເມສຊີ ເລີ່ມເປັນທີ່ຮູ້ຈັກຄືພາ ມາຊດ້າ ຈີບີ ເອັຟຊີ ສະໂມບານເຕະເຍົາວະຊົນລາວຄວ້າແຊັມລາຍການ ລາລີກາ ຢຸດ ທີ່ມາເລເຊຍ ແລະ ແຊັມຊົນແຊັມ ທີ່ປະເທດໄທ ໃນຮຸ່ນອາຍຸບໍ່ເກີນ 9 ປີເມື່ອປີ 2022 ກ່ອນທີ່ຈະຍ້າຍມາຫຼິ້ນໃຫ້ກັບ W.I.G NAGA ຢູ 10 ແລະ 12 ປີ ໂດຍຜົນງານເດັ່ນໆກັບສະໂມສອນປັດຈຸບັນຂອງ ບຽວເກດມີຄື:

-ຄວ້າແຊັມ ຢູ 8 ໃນລາຍການລະດັບນາໆຊາດ ທີ່ພັດທະຍາ ປະເທດໄທ ໃນທ້າຍປີ 2022
-ປີ 2023 ຄວ້າແຊັມບານເຕະ 7 ຄົນຊີງແຊັມພາກອີສານ ຢູ 10 ປີ ທີ່ຈັງຫວັດໜອງຄາຍ ປະເທດໄທ ເມື່ອເດືອນມັງກອນ 2023
-ພາທີມກວາດແຊັມໃນຮຸ່ນອາຍຸບໍ່ເກີນ 9 ປີ ແລະ 10 ປີ ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023.
-ຍາດໄດ້ແຊັມ Mazda challenge cup 2023 ໃນຮຸ່ນອາຍຸບໍ່ເກີນ 10 ປີ ຈາກທີມເຂົ້າຮ່ວມທັງໝົດ 40 ກວ່າທີມ ຈັດທີິ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ສປປ ລາວ.
-ພາ ຢູ 10 ຄວ້າແຊັມ ບານເຕະ ມາສດ້າ ຢຸດລີກ 2023 ທີ່ສປປ ລາວ.
-ພາ ຢູ 12 ຄວ້າອັນດັບ 5 ຈາກທັງໝົດ 32 ທີມລາຍກາຍ JS CUP 2023 ທີ່ ສ ເກົາຫຼີ ຍິງໄປ 4 ປະຕູ

ຫຼ້າສຸດ ນ້ອງບຽວເກດ ພາ ຢູ 10 W.I.G NAGA ຄວ້າຮອງແຊັມ ແລະ ຄວ້າດາວຍິງສູງສຸດປະຈໍາລາຍການ Peace Cup 2023 ຄື:
1.ຍິງໄປ 3 ປະຕູພາທີມ ຊະນະ QIN HUANGBOY ທີມຈາກ ສປ ຈີນ 7-0 ຮອບແບ່ງກຸ່ມ
2.ຍິງໄປ 1 ປະຕູພາທີມ ຊະນະ SHENYANG LONGXIN FC ທີມຈາກ ສປ ຈີນ 4-0 ຮອບແບ່ງກຸ່ມ
3.ຍິງໄປ 3 ປະຕູພາທີມ ຊະນະ LANGFANG QUANTA ທີມຈາກ ສປ ຈີນ 5-1 ຮອບແບ່ງກຸ່ມ
4.ຍິງໄປ 4 ປະຕູພາທີມ ຊະນະ Korea STS ທີມຈາກເກົາຫຼີໃຕ້ 9-1 ຮອບແບ່ງກຸ່ມ
5.ຍິງໄປ 2 ປະຕູພາທີມ ຊະນະ Boyue Youth Training ທີມຈາກ ສປ ຈີນ 4-0 ຮອບ 8 ທີມສຸດທ້າຍ
6.ຍິງໄປ 2 ປະຕູພາທີມ ຊະນະ Dalian Ledong ທີມຈາກ ສປ ຈີນ 5-0 ໃນຮອບ 4 ທີມສຸດທ້າຍ
7.ສ່ວນນັດຊີງບໍ່ສາມາດຍິງປະຕູໄດ້ນັດເສຍໃຫ້ກັບ Hunnan ທີມຈາກ ສປ ຈີນ 0-1
ຂ່າວ-ຮູບ: Larh Creators;