ຜູ້ສົ່ງອອກຫົວຫອມບົ່ວ ໃນອິນເດຍ ຖືກເກັບພາສີ 40%

36

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ກະຊວງການເງິນຂອງອິນເດຍ ປະກາດເມື່ອວັນທີ 19 ສິງຫາຜ່ານມາວ່າ ຈະຈັດເກັບພາສີສົ່ງອອກຫົວຫອມບົ່ວ ( ຫົວຫອມແດງ ແລະ ຫົວຫອມບົ່ວໃຫຍ່ ) 40% ເຊິ່ງການຕັດສິນໃຈຄັ້ງນີ້ ຈະມີຜົນທັນທີຈົນເຖິງໝົດປີນີ້ ເພື່ອຮັບປະກັນການສະໜອງສິນຄ້າໃນຕະຫຼາດພາຍໃນປະເທດໃຫ້ພຽງພໍ.

ກະຊວງການເງິນຂອງອິນເດຍ ລະບຸວ່າ: ພາສີທີ່ຮຽກເກັບຈາກການສົ່ງອອກຫົວຫອມບົ່ວ ອາດແກ່ຍາວຈົນເຖິງທ້າຍປີ 2023 ແລະ ຈະເຮັດໃຫ້ລາຄາຫົວຫອມບົວທີ່ສົ່ງອອກສູງກວ່າລາຄາຂອງປາກິດສະຖານ, ຈີນ ແລະ ເອຢິບ ຈຶ່ງເປັນການຈໍາກັດປະລິມານການສົ່ງອອກ ແລະ ຫຼຸດລາຄາພາຍໃນປະເທດ.

ຕັ້ງແຕ່ເດືອນກໍລະກົດ 2023 ເປັນຕົ້ນມາ, ລາຄາຂາຍສົ່ງຫົວຫອມໃນຕະຫຼາດຫຼັກຢູ່ອິນເດຍ ເພີ່ມຂຶ້ນເກືອບ 20% ເກືອບເຖິງ 29 ໂດລາຕໍ່ 100 ກິໂລກຣາມ ທ່າມກາງຄວາມກັງວົນຕໍ່ສະພາບຝົນຕົກບໍ່ເປັນໄປຕາມລະດູການ ອາດເຮັດໃຫ້ການຜະລິດຫຼຸດລົງ.

ອິນເດຍ ເປັນຜູ້ສົ່ງອອກຫົວຫອມບົ່ວລາຍໃຫຍ່ຂອງໂລກ ແລະ ໃນໄລຍະ 6 ເດືອນຕົ້ນປີນີ້ ສົ່ງອອກໄດ້ທັງໝົດ 1,46 ລ້ານໂຕນ ເພີ່ມຂຶ້ນຫຼາຍກວ່າ 60% ຈາກໄລຍະດຽວກັນຂອງປີຜ່ານມາ.