ລາຄາຄອນໂດມີນຽມໃໝ່ ໃນໂຕກຽວ ເພີ່ມຂຶ້ນຫຼາຍກວ່າ 50%

41

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 23 ສິງຫາ 2023 ວ່າ: ຄອນໂດມີນຽມໃໝ່ໃນນະຄອນຫຼວງໂຕກຽວຂອງຍີ່ປຸ່ນ ແລະ 3 ແຂວງໃກ້ຄຽງ ມີລາຄາເກືອບຈຸ 100 ລ້ານເຢນ ຫຼື ປະມານ 680.000 ໂດລາສະຫະລັດ ເມື່ອເດືອນກໍລະກົດຜ່ານມາ ເພີ່ມຂຶ້ນ 56% ເມື່ອທຽບແບບປີຕໍ່ປີ ແລະ ເພີ່ມຂຶ້ນ 5 ເດືອນຕິດຕໍ່ກັນແລ້ວ.

ທັງນີ້, ລາຄາເພີ່ມຂຶ້ນມີປັດໄຈມາຈາກຄອນໂດມີນຽມລະດັບທົ່ວໄປທີ່ຈຳໜ່າຍຕາມທ້ອງຕະຫຼາດ ລວມທັງຄອນໂດມີນຽມທີ່ເປັນເຮືອນພັກຂອງນັກກີລາທີ່ເຂົ້າພັກໃນການແຂ່ງຂັນໂອແລັມປິກເກມ ທີ່ນະຄອນຫຼວງໂຕກຽວ ກໍມີລາຄາເພີ່ມຂຶ້ນ.

ສ່ວນຄອນໂດມີນຽມສະເລ່ຍໃນ 23 ເຂດພິເສດໃນນະຄອນຫຼວງໂຕກຽວ ທີ່ປະມານ 920.000 ໂດລາສະຫະລັດ ເຊິ່ງມີທ່າອ່ຽງວ່າ ຄອນໂດມີນຽມໃໝ່ ຈະເປີດຈຳໜ່າຍເພີ່ມຂຶ້ນໃນນະຄອນຫຼວງໂຕກຽວ ແລະ ລາຄາອາດຈະຍັງສູງຂຶ້ນຕໍ່ເນື່ອງ, ເນື່ອງຈາກວ່າຄວາມຕ້ອງການຂອງສັງຄົມເພີ່ມຂຶ້ນ.