ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍດ້ານສິ່ງແວດລ້ອມ

47

 

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບສິ່ງແວດລ້ອມ ໄຂຂຶ້ນໃນວັນທີ 22 ສິງຫາ 2023 ທີ່ນະຄອນຫຼວງວຽງຈັນ ເພື່ອການກະກຽມຄວາມພ້ອມສຳລັບກອງປະຊຸມລັດຖະມົນຕີ ສິ່ງແວດລ້ອມອາຊຽນ ຄັ້ງທີ 17 ( PREP-AAME ) ແລະ ກອງປະຊຸມລັດຖະມົນຕີພາຄີ ວ່າດ້ວຍສົນທິສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຜ່ານແດນ ຄັ້ງທີ 19 ແລະ ກອງປະຊຸມປິ່ນອ້ອມ ໂດຍການເປັນປະທານຂອງ ທ່ານ ນາງ ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນດ້ານສິ່ງແວດລ້ອມ ( ASOEN ); ມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນດ້ານສິ່ງແວດລ້ອມເຂົ້າຮ່ວມ.


ທ່ານ ນາງ ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ກ່າວບາງຕອນວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອກະກຽມເນື້ອໃນໃຫ້ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງທີ 17 ທີ່ຈະໄຂຂຶ້ນໃນວັນທີ 23 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ດັ່ງທີ່ພວກເຮົາຮູ້ແລ້ວ, ເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍສິ່ງແວດລ້ອມ ( ASOEN ) ແມ່ນອົງການທີ່ຄຸ້ມຄອງການຈັດຕັ້ງປະຕິບັດຂອບການຮ່ວມມືອາຊຽນ ກ່ຽວກັບສິ່ງແວດລ້ອມ ແລະ ປະຊາຄົມວັດທະນະທຳ – ສັງຄົມອາຊຽນ ( ASCC ) Blueprint 2025 ເຊິ່ງເປັນແຜນງານ ASOEN. ບົດບາດຍຸດທະສາດໃນການຮັບປະກັນວາລະນີ້ແມ່ນສຳເລັດຜົນສຳລັບຄວາມກ້າວໜ້າຂອງການຄຸ້ມຄອງສິ່ງແວດລ້ອມພາກພື້ນອາຊຽນ ແລະ ການພັດທະນາແບບຍືນຍົງ.


ໃນກອງປະຊຸມກະກຽມນີ້, ພວກເຮົາຈະປຶກສາຫາລື ແລະ ດໍາເນີນການທົບທວນຄັ້ງສຸດທ້າຍຂອງແຜນງານ ASOEN ກ່ຽວກັບການຈັດຕັ້ງປະຕິບັດ ແລະ ຜົນສຳເລັດຂອງ 7 ບຸລິມະສິດຍຸດທະສາດດ້ານສິ່ງແວດລ້ອມ ໂດຍສະເພາະບົດລາຍງານຂອງເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງທີ 34 ກ່ຽວກັບສິ່ງແວດລ້ອມ. ພວກເຮົາຍັງຈະໄດ້ຜ່ານບົດລາຍງານຂອງຄະນະບໍລິຫານງານຂອງສູນຊີວະນາໆພັນອາຊຽນ ( ACB ) ກ່ຽວກັບຄວາມຄືບໜ້າ ແລະ ຜົນສຳເລັດຂອງໂຄງການວຽກງານ ABC. ສິ່ງສໍາຄັນ ພວກເຮົາຈະປຶກສາຫາລື ແລະ ຕົກລົງກັບວາລະຂອງເຫດການ ແລະ ວາລະສໍາລັບ AMME ຄັ້ງທີ 17 ທີ່ພິຈາລະນາ ແລະ ຮອງຮັບອີກດ້ວຍ.