ອັງກິດ ຈະສະໜັບສະໜູນ 25 ລ້ານປອນ ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ – ການຄ້າ ກັບ ອາຊຽນ

45

ເວັບໄຊສໍານັກຂ່າວ BNews.vn ລາຍງານວ່າ: ເພື່ອສ້າງໂຄງການບູລະນາການເສດຖະກິດອາຊຽນ – ອັງກິດ, ລັດຖະບານອັງກິດວາງແຜນທີ່ຈະສະໜັບສະໜູນເງິນ 25 ລ້ານປອນ ເພື່ອສົ່ງເສີມການລວມຕົວທາງເສດຖະກິດຂອງອາຊຽນ ໃນອີກ 5 ປີຕໍ່ໜ້າ.

ສຳນັກຂ່າວສານຫວຽດນາມ ປະຈໍາອິນໂດເນເຊຍ ລາຍງານເມື່ອວັນອາທິດ ທີ 20 ສິງຫາຜ່ານມາວ່າ: ການປະຊຸມລັດຖະມົນຕີເສດຖະກິດອາຊຽນ – ອັງກິດ ຄັ້ງທີ 3 ໄດ້ຈັດຂຶ້ນທີ່ເມືອງເຊມາລັງ  ໂດຍການເປັນປະທານຂອງ ທ່ານ ຊຸຍກິຟີ ຮາຊານ ( Zulkifli Hasan ) ລັດຖະມົນຕີກະຊວງການຄ້າຂອງອິນໂດເນເຊຍ ແລະ ທ່ານ ໄນເຈລ ຮັດເດລສະຕັນ ( Nigel Huddleston ) ເລຂາທິການທຸລະກິດ ແລະ ການຄ້າແຫ່ງອັງກິດ ເຊິ່ງໄດ້ມີການກ່າວເຖິງການປະສານງານລະຫວ່າງ ອັງກິດ ແລະ ອາຊຽນ.

ໃນທີ່ປະຊຸມ, ທັງສອງຝ່າຍຍິນດີທີ່ເຫັນວ່າ ການແລກປ່ຽນການຄ້າອາຊຽນ – ອັງກິດ ໃນປີທີ່ຜ່ານມາ ເພີ່ມຂຶ້ນຫຼາຍກວ່າ 20% ເຊິ່ງບົ່ງຊີ້ເຖິງການຟື້ນຕົວຫຼັງການລະບາດຂອງພະຍາດໂຄວິດ – 19 ໂດຍຕາມສະຖິຕິການສົ່ງອອກຂອງອັງກິດ ໄປຍັງອາຊຽນເພີ່ມຂຶ້ນ 21,4% ຈາກ 38,3 ຕື້ປອນ ( ຫຼາຍກວ່າ 48,77 ຕື້ໂດລາ ) ມາເປັນ 46,5 ຕື້ປອນ; ໃນຂະນະທີ່ອັງກິດ ຍັງເປັນນັກລົງທຶນຕ່າງປະເທດທີ່ໃຫຍ່ເປັນອັນດັບ 7 ຂອງອາຊຽນ.

ກອງປະຊຸມດັ່ງກ່າວ ຍັງໄດ້ມີການປຶກສາຫາລືເຖິງການປະສານງານລະຫວ່າງ ອັງກິດ – ອາຊຽນ ໃນການພັດທະນາໂຄງການບູລະນາການເສດຖະກິດອາຊຽນ – ອັງກິດ ຄືນໃໝ່ ເຊິ່ງລັດຖະບານອັງກິດ ວາງແຜນທີ່ຈະໃຫ້ການສະໜັບສະໜູນ 25 ລ້ານປອນ ເພື່ອສົ່ງເສີມການລວມກຸ່ມທາງເສດຖະກິດຂອງອາຊຽນ ໃນອີກ 5 ປີຕໍ່ໜ້າ; ພ້ອມດຽວກັນ, ກໍຍັງປຶກສາຫາລືເຖິງຄວາມມຸ່ງໝັ້ນຂອງອັງກິດ ທີ່ມີຕໍ່ອາຊຽນໃນການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ລວມທັງການເສີມສ້າງສັກກະຍະພາບທາງເສດຖະກິດຂອງເພດຍິງ.