ຫວຽດນາມ ຍັງມີເຂົ້າປະມານ 2,67 ລ້ານໂຕນ ເພື່ອສົ່ງອອກ

66

ເວັບໄຊ Congthuong.vn ຂອງສຳນັກຂ່າວອຸດສາຫະກຳ ແລະ ການຄ້າຫວຽດນາມ ລາຍງານວ່າ: ຕາມການຄາດການຂອງກະຊວງອຸດສາຫະກຳ ແລະ ການຄ້າຂອງຫວຽດນາມ ລະບຸວ່າ ໃນໄລຍະ 5 ເດືອນທ້າຍປີນີ້, ຫວຽດນາມ ສາມາດສົ່ງອອກເຂົ້າໄດ້ປະມານ 2,67 ລ້ານໂຕນ; ຂະນະທີ່ສະຖານະການການຄ້າອາຫານທົ່ວໂລກ ມີຄວາມສັບຊ້ອນຫຼາຍ ເນື່ອງຈາກຫຼາຍປະເທດຫ້າມສົ່ງອອກເຂົ້າ ເຊັ່ນ: ອິນເດຍ, ສະຫະລັດອາຣັບເອເມເຣດ ແລະ ຣັດເຊຍ. ນອກນີ້, ຍັງມີປາກົດການເອລນີໂນ ( El Nino ) ທີ່ສົ່ງຜົນກະທົບຕໍ່ການຜະລິດອາຫານ ແລະ ທັນຍາພືດໃນຫຼາຍພື້ນທີ່.

ຂໍ້ມູນລະບຸວ່າ: ໃນປີ 2023 ທົ່ວປະເທດປູກເຂົ້າ 7,1 ລ້ານເຮັກຕາ, ຜົນຜະລິດຫຼາຍກວ່າ 43,1 ລ້ານໂຕນ ເພີ່ມຂຶ້ນ 452.000 ໂຕນ ເມື່ອທຽບໃສ່ປີຜ່ານມາ. ຄາດວ່າຜົນຜະລິດນອກຈາກຈະຄໍ້າປະກັນຄວາມໝັ້ນຄົງດ້ານອາຫານໃນປະເທດ ຫວຽດນາມແລ້ວ ຍັງສາມາດສົ່ງອອກເຂົ້າໄດ້ 7,5 ລ້ານໂຕນໃນປີນີ້.

ໃນ 7 ເດືອນຂອງປີນີ້, ຫວຽດນາມ ສົ່ງອອກໄດ້ 4,83 ລ້ານໂຕນ ແລະ ເຫຼືອປະມານ 2,67 ລ້ານໂຕນ ສຳລັບການສົ່ງອອກໃນໄລຍະ 5 ເດືອນທ້າຍປີ 2023.