ເອາະໜູພຸກແຫ້ງ ເມນູສັດປ່າ ທີ່ຫາກິນຢາກ

39

ໜູພຸກ ເປັນສັດປ່າທີ່ຫາຍາກຊະນິດໜຶ່ງ ແຕ່ປັດຈຸບັນມີການລ້ຽງເປັນສິນຄ້າຫຼາຍຂຶ້ນ ເຊິ່ງຄົນລາວເຮົາ  ມັກເອົາມາເຮັດລາບ, ເອາະ, ອົບ… ອີກເມນູທີ່ຫຼາຍຄົນມັກແມ່ນເຮັດເອາະໜູພຸກແຫ້ງ.

ວັດຖຸດິບ: ໜູພຸກແຫ້ງ, ໝາກເຂືອ, ຫົວສີໃຄ, ນໍ້າສະອາດ, ໝາກເຜັດ, ໝາກແຄ້ງຟ້າ, ຫົວຜັກບົ່ວ, ຫົວຜັກທຽມ, ໝາກແຄ່ນແຫ້ງ, ເກືອ, ແປ້ງນົວ, ນໍ້າປາ, ຫອມບົ່ວ, ຜັກຊີ ຫຼື ທ່ານໃດມັກຜັກອີ່ຕູ່ກໍໃສ່ແທນຜັກຊີໄດ້ ສ່ວນຜັກເມືອດໃສ່ແມ່ນແລ້ວແຕ່ມັກເລີຍ ( ລ້າງຜັກທຸກຊະນິດໃຫ້ສະອາດ ).

อาจเป็นรูปภาพของ คะน้าฝรั่ง

ຂັ້ນຕອນເຮັດ: ເອົາໜູພຸກແຫ້ງມາຕັດເປັນຕ່ອນເທົ່າຂະໜາດທີ່ຕ້ອງການ, ຈາກນັ້ນນຳໄປລ້າງ ແລ້ວຄ້າງໝໍ້ເອາະ ໂດຍໃສ່ນໍ້າປະມານ 1 ລິດ, ທຸບຫົວສີໃຄໃສ່ 1 ຫົວ, ຕົ້ມໜູພຸກແຫ້ງໃຫ້ສຸກດີໃຫ້ນຳໝາກເຂືອ ແລະ ໝາກເຜັດ, ເກືອ, ແນ້ງນົວໃສ່ ຈົນກວ່າຈະອ່ອນດີແລ້ວຕັກອອກມາຕຳໃສ່ຫົວຫອມບົ່ວ 2 ຫົວ ແລະ ຫົວຜັກທຽມ    3 – 4 ກີບ, ຕຳໃຫ້ເຂົ້າກັນ ແລ້ວຕັກໃສ່ໝໍ້ຄືນ ພ້ອມໃສ່ໝາກແຄ້ງຟ້າຕົ້ມອີກກະວ່າໝາກແຄ້ງເກືອບສຸກແລ້ວໃຫ້ໃສ່ຜັກທີ່ເຮົາຈະໃສ່ປະສົມ ຫຼື ບາງທ້ອງຖິ່ນເອີ້ນວ່າ ຜັກເມືອດໃສ່ລົງໄປ ປິດຝາຜັກສຸກແລ້ວໃຫ້ຊີມລົດຊາດ ຕຳໝາກແຄ່ນລົງໜ້ອຍໜຶ່ງ ພ້ອມປຸງຕາມໃຈມັກໄດ້ ສ່ວນນໍ້າປາ ຖ້າທ່ານໃດບໍ່ຢາກໃສ່ກໍໃສ່ນໍ້າປາແດກລົງແທນໄດ້ ເມື່ອໄດ້ລົດຊາດທີ່ມັກແລ້ວໃຫ້ຊອຍຫອມລົງພ້ອມຄົນໃຫ້ເຂົ້າກັນ, ຈາກນັ້ນປິດໄຟໄດ້ເລີຍ ເທົ່ານີ້ທ່ານກໍໄດ້ເອາະໜູພຸກແຫ້ງກິນແລ້ວ.

อาจเป็นรูปภาพของ ออสโซบูโก

ໂດຍ: ນົກແຕນແວນ