ຍິນດີດ້ວຍບຸກຄົນໃນວົງການບັນເທີງລາວ ຮັບລາງວັນ THE WORLD’S HIGHEST AWARDS 2023

32

ວ້າວ! ສະແດງຄວາມຍິນດີດ້ວຍກັບບຸກຄົນໃນວົງການບັນເທີງຂອງລາວເຮົາ ຂຶ້ນຮັບລາງວັນລະດັບນານາຊາດໃນເວທີອັນຊົງກຽດ ຍິນດີນຳປະທານຄົນຫຼໍ່ ທ່ານ ສຸລິຍົມ ຈັນດາລາສານ ຂຶ້ນຮັບລາງວັນທີ່ປະເທດໄທ,

อาจเป็นรูปภาพของ 1 คน และ ข้อความ

ພ້ອມນີ້ປະທານ ສຸລິຍົມ ຍັງໄດ້ກ່າວຂໍຂອບໃຈໂອກາດດີໆທີ່ມອບໃຫ້ຂ້າພະເຈົ້າ ເຂົ້າຮັບລາງວັນອັນຊົງກຽດສຸດຍິ່ງໃຫຍ່ ລະດັບນານາຊາດ THE WORLD’S HIGHEST AWARDS 2023 ທີ່ບາງກອກ ປະເທດໄທ ໃນວັນທີ 19 ສິງຫາ 2023 ນີ້ ເຊິ່ງປະເພດລາງວັນທີ່ໄດ້ຮັບແມ່ນ Best International  Business Awards 2023 ສາຂາຜູ້ສ້າງສັນຜົນງານດີເດັ່ນເພື່ອສັງຄົມແຫ່ງປີ.

อาจเป็นรูปภาพของ 1 คน และ ข้อความ

ເຊັ່ນດຽວກັບໜຸ່ມຕ້າ ເອແພັກ ຜູ້ຫຼາກຫຼາຍຄວາມສາມາດ ແລະ ມີຜົນງານຢ່າງນັບບໍ່ຖ້ວນໃນວົງການບັນເທີງລາວ ກໍໄດ້ຮັບກຽດເຂົ້າຮ່ວມຮັບລາງວັນໃນງານປະກາດລາງວັນອັນຊົງກຽດສຸດຍິ່ງ   ໃຫຍ່ລະດັບນານາຊາດ THE WORLD’S HIGHEST AWARDS 2023 ທີ່ບາງກອກ ປະເທດໄທ ເຊັ່ນດຽວກັນ ເຊິ່ງໄດ້ຮັບປະເພດລາງວັນ Best International Business Awards 2023 ສາຂາສ້າງສັນຜົນງານດີເດັ່ນເພື່ອສັງຄົມແຫ່ງປີ ຍິນດີນຳອ້າຍຄົນເກັ່ງຄົນນີ້ນຳດ້ວຍ.

อาจเป็นรูปภาพของ 2 คน, นิตยสาร และ ข้อความ

ນອກຈາກນີ້, ສາວ ປາເປົ້າ ໄພມະນີ ລາດສະບັນເທົາ Miss Universe Laos ຄົນຫຼ້າສຸດກໍກຽມຂຶ້ນຮັບລາງວັນໃນງານປະກາດລາງວັນອັນຊົງກຽດສຸດຍິ່ງໃຫຍ່ລະດັບນານາຊາດຄັ້ງນີ້ເຊັ່ນດຽວກັນ ໃນສາຂາລາງວັນ Global Star Media Awards 2023 ຫຼື ນາງງາມສ້າງຜົນງານດີເດັ່ນ ເພື່ອສັງຄົມແຫ່ງປີ.

ທາງຂ່າວບັນເທີງເອງຕ້ອງຂໍສະແດງຄວາມຍິນດີ ແລະ ສະແດງຄວາມຊົມເຊີຍກັບລາງວັນທີ່ໄດ້ຮັບຂອງທັງສາມທ່ານພາຍໃນງານຄັ້ງນີ້ດ້ວຍ ແນ່ນອນວ່າເປັນໃບໜ້າໃບຕາອັນສະຫງ່າງາມ ແລະ ສ້າງຊື່ສຽງໃຫ້ກັບປະເທດລາວຂອງພວກເຮົາ ຝາກແຟນຂ່າວບັນເທີງຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງທັງສາມທ່ານນໍາເດີ.