ອຸດສາຫະກຳກາເຟຂອງຫວຽດນາມ ກຽມປັບຕົວຕາມລະບຽບປ່າໄມ້ຂອງອີຢູ

30

ເວັບໄຊ Vietnam news ລາຍງານວ່າ: ອຸດສາຫະກຳກາເຟຂອງຫວຽດນາມ ຄວນຍົກລະດັບການປ່ຽນແປງທາງດ້ານດີຈີຕອນຂອງຕ່ອງໂສ້ຄຸນຄ່າ ເພື່ອກຽມຄວາມພ້ອມສຳລັບການປະຕິບັດຕາມລະບຽບການຕັດໄມ້ທຳລາຍປ່າຂອງສະຫະພາບເອີຣົບ ເນື່ອງຈາກລະບຽບການຂອງອີຢູກຳນົດໄວ້ວ່າ ຜະລິດຕະພັນໃດທີ່ບໍ່ໄດ້ມາຈາກພື້ນທີ່ຕັດໄມ້ທຳລາຍປ່າ ຫຼື ພື້ນທີ່ປ່າເຊື່ອມໂຊມ ຈຶ່ງມີສິດສົ່ງອອກໄປຍັງອີຢູໄດ້.

ຫວຽດນາມ ນິວ ລາຍງານໂດຍອ້າງອີງຈາກຕົວແທນສະພາການຄ້າຂອງຫວຽດນາມ ປະຈຳແບນຊິກວ່າ: ການພັດທະນາເຕັກໂນໂລຊີດີຈີຕອນ ມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການປະຕິບັດຕາມຂໍ້ບັງຂັບ ( ກົດລະບຽບ ) ຕ່າງໆຂອງອີຢູ ທີ່ເນັ້ນເລື່ອງການບໍ່ກ່ຽວຂ້ອງກັບການຕັດໄມ້ທຳລາຍປ່າ.

ກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງຫວຽດນາມ ເປີດເຜີຍວ່າ: ການກວດສອບຄືນຫຼັງ ເຖິງແຫຼ່ງທີ່ມາຂອງເນື້ອທີ່ການປູກກາເຟ ເຊິ່ງເປັນໜຶ່ງໃນລະບຽບການຖືວ່າເປັນ ຄວາມທ້າທາຍອັນໃຫຍ່ຫຼວງ ເນື່ອງຈາກຕ້ອງມີຄ່າໃຊ້ຈ່າຍຂ້ອນຂ້າງສູງ ຈຶ່ງສະເໜີໃຫ້ຫວຽດນາມຕ້ອງພັດທະນາຖານຂໍ້ມູນລະດັບຊາດກ່ຽວກັບເນື້ອທີ່ປູກຕົ້ນໄມ້ ແລະ ກາເຟ.

ກ່ອນໜ້ານີ້ ສຳນັກຂ່າວຊິນຫົວລາຍງານວ່າ: ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງຫວຽດນາມ ກ່າວວ່າກົດລະບຽບດັ່ງກ່າວຈະສົ່ງຜົນກະທົບໂດຍກົງຕໍ່ຕ່ອງໂສ້ອຸປະທານກາເຟ, ໄມ້ ແລະ ຜະລິດຕະພັນຈາກໄມ້ລວມທັງຢາງ. ແນວໃດກໍຕາມ ຖືວ່າເປັນໂອກາດທີ່ດີສຳລັບຂະແໜງກະສິ ກຳ – ປ່າໄມ້ຂອງຫວຽດນາມ ໃນການພັດທະນາອຸດສາຫະກຳໃຫ້ມີຄວາມໂປ່ງໃສ, ມີຄວາມຮັບຜິດຊອບ, ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

ອີງຕາມຂໍ້ມູນຂອງທາງການຫວຽດນາມ ໃຫ້ຮູ້ວ່າ: ໃນປີ 2022 ຫວຽດນາມມີລາຍໄດ້ຈາກການສົ່ງອອກກາເຟໄປອີຢູ ປະມານ 1,49 ພັນລ້ານໂດລາສະຫະລັດ ເພີ່ມຂຶ້ນ 45% ເມື່ອທຽບປີຕໍ່ປີ ແລະ ກວມເອົາ 40% ຂອງການສົ່ງອອກກາເຟທັງໝົດຂອງຫວຽດນາມ.